ໃນວັນທີ 23 ມິຖຸນາ 2022, ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ເປີດຂະບວນການເສຍຄ່າທໍານຽມທາງ ປະຈໍາປີ 2022 ຢູ່ທີ່ຈຸດປ້ອມຈາລະຈອນ ໂຄກກະເປົາ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນ ປະຈໍາ ແຂວງໄຊຍະບູລີ, ທ່ານ ພຸດທະວົງ ລິມທອງ ຫົວໜ້າຫ້ອງການ-ການເງິນເມືອງ, ມີຮອງຫົວໜ້າຫ້ອງການ-ການເງິນ, ຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນ ປະຈໍາເມືອງ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ການເສຍຄ່າທໍານຽມທາງ ປະຈໍາປີ 2022 ແມ່ນກໍານົດບໍ່ໃຫ້ກາຍວັນທີ 30 ມິຖຸນາ 2022, ຖ້າເສຍຊັກຊ້າກວ່າກໍານົດເວລາ ຈະຖືກປັບໃໝ 0,1% ຕໍ່ມື້ ຂອງມູນຄ່າທີ່ຈະຕ້ອງເສຍຄ່າທໍານຽມທາງປະຈໍາປີ, ບໍ່ເສຍຄ່າທໍານຽມທາງປີຜ່ານມາ (1 ປີ) ປັບໃໝ 40% ຂອງມູນຄ່າທີ່ຈະຕ້ອງເສຍຄ່າທໍານຽມທາງປະຈໍາປີ ແລະ ບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ ນັບແຕ່ສອງປີຂຶ້ນໄປ ປັບໃໝ 60% ຂອງມູນຄ່າທີ່ຈະຕ້ອງເສຍຄ່າທໍານຽມທາງປະຈໍາປີ.

ທັງນີ້, ກໍເພື່ອເຮັດໃຫ້ການເສຍຄ່າທໍານຽມທາງ ປະຈໍາປີ 2022 ໄດ້ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ສອດຄ່ອງຕາມລະບຽບການ, ມີຄວາມເປັນເອກະພາບທັນກໍານົດເວລາໃນຂອບເຂດທົ່ວແຂວງ.