ອົງຄະນະພັກສານປະຊາຊົນສູງສຸດ ຈັດພິທີມອບຮັບນາມມະຍົດ ແລະ ມະຕິຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງບັນດາໜ່ວຍພັກທີ່ຂຶ້ນກັບປະຈໍາປີ 2022, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສຈ ປອ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງ ພັກ ເລຂາຄະນະບໍລິຫານງານພັກ ປະທານມອບຮັບນາມມະຍົດ ແລະ ມະຕິຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນມີຮອງເລຂາຄະນະພັກ, ປະທານກວດກາ, ຄະນະປະຈໍາພັກ ແລະ ສະມາຊິກພັກເຂົ້າ ຮ່ວມ.

ສະຫາຍ ປອ ອານົງ ຍອຍສາຍຄໍາ ຄະນະບໍລິຫານງານພັກ ສານປະຊາຊົນສູງສຸດ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 30/ຄພ. ສປສສ, ລົງວັນທີ 6 ພຶດສະພາ 2022 ວ່າດ້ວຍການຮັບຮອງເອົາການປະເມີນຄືນ 3 ໜ່ວຍພັກທີ່ ຂຶ້ນກັບອົງຄະນະພັກສານປະຊາ ຊົນສູງສຸດ. ໃນນັ້ນ, ໄດ້ຮັບຮອງ ແລະ ມອບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ໃຫ້ໜ່ວຍພັກກົມ ການເງິນ, ໜ່ວຍພັກຄະນະສານ ອາຍາ ແລະ ໜ່ວຍພັກຄະນະສານ ການຄ້າ. ນອກນັ້ນ, ໃນພິທີຍັງໄດ້ ຜ່ານມະຕິຕົກລົງວ່າດ້ວຍການຮັບ ຮອງເອົາແຜນການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ 11 ໜ່ວຍພັກປະຈໍາປີ 2022 ທີ່ຂຶ້ນກັບອົງຄະນະພັກສານປະຊາຊົນສູງສຸດ.

ສະຫາຍ ສຈ ປອ ນາງ ວຽງ ທອງ ສີພັນດອນ ໄດ້ເນັ້ນໜັກຕໍ່ບັນດາສະຫາຍຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກໃຫ້ເພີ່ມທະວີບົດບາດການນໍາພາຂອງໜ່ວຍພັກ ໂດຍສະເພາະຍົກສູງຄວາມເປັນແບບຢ່າງນໍາໜ້າ ແລະ ເພີ່ມທະວີຄວາມເປັນເອກະພາບ ສ້າງຄວາມເຂັ້ມແຂງໃຫ້ແກ່ສານປະຊາ ຊົນໃນຖານະເປັນອົງການຕຸ ລາການ; ເພີ່ມທະວີການນໍາພາ ຂອງພັກໃນການຄົ້ນຄວ້າ, ພິຈາລະນາຕັດສິນຄະດີ, ພິພາກສາຄະດີໃຫ້ຮັບປະກັນຄວາມຖືກຕ້ອງ ຕາມກົດໝາຍ ແລະ ຖືກກັບຄວາມເປັນຈິງ ໂດຍມີການກວດກາ, ເກັບກໍາຂໍ້ມູນຫຼັກຖານຂອງຂໍ້ຂັດແຍ່ງ ກໍຄືຄູ່ຄວາມໃຫ້ລະອຽດຈະແຈ້ງ; ເອົາໃຈໃສ່ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງການຈັດຕັ້ງພັກ, ການກໍ່ສ້າງ ແລະ ຂະຫຍາຍພັກ ກໍຄືການປະຕິບັດໜ້າທີ່ຂອງສະມາຊິກພັກ-ພະນັກງານ; ຖືເອົາການຫັນປ່ຽນວຽກງານພັກ-ພະນັກງານຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານເປັນທິດໜຶ່ງທີ່ເລັ່ງດ່ວນທັງເປັນບັນຫາພື້ນຖານຍາວນານຂອງການກໍ່ສ້າງພັກ-ພະນັກງານ; ເອົາໃຈໃສ່ປັບປຸງດ້ານແບບແຜນການນໍາພາ, ວິທີເຮັດວຽກຂອງຄະນະພັກ ແລະ ພະນັກງານ-ລັດຖະກອນຂອງສານ ໂດຍຍຶດໝັ້ນຫຼັກລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ນໍາພາເປັນໝູ່ຄະນະ, ມີການແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ແລະ ຂັ້ນລຸ່ມປະຕິບັດຕາມຂັ້ນເທິງ; ຍົກສູງຄວາມເປັນເຈົ້າການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາລະບົບສານ ກໍຄືແຜນການສ້າງໜ່ວຍພັກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ນອກນັ້ນ, ບັນດາໜ່ວຍພັກ ຍັງຈະຕ້ອງເພີ່ມທະວີຄວາມສາ ມັກຄີ ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອຫັນມະຕິກອງປະຊຸມຄົບ ຄະນະສະໄໝວິສາມັນຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຄໍາສັ່ງຂອງກົມການເມືອງສູນກາງພັກເດັດດ່ຽວນໍາພາ-ຊີ້ນໍາສະມາຊິກພັກ-ພະນັກ ງານຂອງຕົນໃນການຈັດຕັ້ງປະຕິບັດຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີຕາມຄາດໝາຍ.