ສະພາບການເກີດອຸບັດຕິເຫດ ຢູ່ພາຍໃນເມືອງສາມັກຄີໄຊ ແຂວງອັດຕະປື ສ່ວນໃຫຍ່ແລ້ວແມ່ນເກີດຈາກນັກຂັບຂີ່ບໍ່ເຄົາລົບກົດລະບຽບຈະຈາຈອນ ເປັນຕົ້ນແມ່ນ ການຈໍາແນກບໍ່ທັນໄດ້ເຖິງບັນດາປ້າຍເຕືອນຕ່າງໆ ຢູ່ຕາມຈຸດ 3 ແຍກ 4 ແຍກ, ຂັບຂີ່ໃນທາງນ້ອຍແລ້ວບໍ່ປ່ອຍສິດໃຫ້ທາງໃຫຍ່ໄປກ່ອນ, ນັກຂັບຂີ່ບໍ່ໃຫ້ກຽດເຊິ່ງກັນແລະກັນ, ປ່ຽນທິດທາງຢ່າງກະທັນຫັນ ລວມທັງຂັບຂີ່ລົດໄວເກີນກໍານົດ ແລະ ດື່ມສິ່ງມືນເມົາແລ້ວຂັບຂີ່.

ພັຕ ຄໍາໃບ ແກ້ວພາວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງ ໃຫ້ຮູ້ວ່າ:

ໃນໄລຍະ 6 ເດືອນຕົ້ນປີ 2022, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ເມືອງສາມັກຄີໄຊ ໄດ້ສຸມໃສ່ເຮັດໜ້າທີ່ເຄື່ອນໄຫວສະກັດກັ້ນສະພາບການເກີດອຸບັດຕິເຫດຕາມທ້ອງຖະໜົນຫຼວງ ດ້ວຍວິທີການ ແລະ ຮູບການ ເປັນຕົ້ນ: ໄດ້ລົງຈັດສັນສະຖານທີ່ທີ່ມີການຈອດລົດແອອັດຕາມເສັ້ນທາງ ພ້ອມກັບລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນຕາມໂຮງຮຽນ ແລະ ບັນດາບ້ານພາຍໃນເມືອງ ເພື່ອເລັງໃສ່ໃຫ້ນັກຮຽນ ແລະ ພໍ່-ແມ່ປະຊາຊົນ ຮັບຮູ້ເຂົ້່າໃຈເຖິງກົດລະບຽບການສັນຈອນ ກໍຄື ການໃຊ້ລົດ-ໃຊ້ຖະໜົນໃຫ້ຖືກຕ້ອງຕາມລະບຽບກົດຈະລາຈອນ.

ຕະຫຼອດໄລຍະ 6 ເດືອນຕົ້ນປີ 2022 ນີ້, ທົ່ວເມືອງສາມັກຄີໄຊ ມີອຸບັດຕິເຫດເກີດຂຶ້ນຕາມທ້ອງຖະໜົນ ທັງໝົດ 54 ຄັ້ງ, ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4 ຄັ້ງ, ມີພາຫະນະເປ່ເພ 95 ຄັນ, ເປ່ເພເລັກໜ້ອຍ 88 ຄັນ, ເປ່ເພສົມຄວນ 6 ຄັນ, ໃຊ້ບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບ 7 ຄົນ, ບາດເຈັບສົມຄວນ 6 ຄົນ, ສາຫັດ 1 ຄົນ ແລະ ເສຍຊີວິດ 3 ຄົນ, ລວມມູນຄ່າເສຍຫາຍທັງໝົດຈາກການເກີດອຸບັດຕິເຫດ ສູງເຖິງ 200 ລ້ານກວ່າກີບ.

ເຊິ່ງໃນ 6 ເດືອນທ້າຍປີ 2022, ເພື່ອເຮັດໃຫ້ສະພາບອຸບັດຕິເຫດຫຼຸດລົງ ຈະລາຈອນເມືອງສາມັກຄີໄຊ, ຈະສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນໃຫ້ນັກຂັບຂີ່ ແນໃສ່ສ້າງໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບການໃຊ້ລົດ-ໃຊ້ຖະໜົນ, ສືບຕໍ່ລົງໂຄສະນາຕາມໂຮງຮຽນ, ບ້ານ ແລະ ສືບຕໍ່ລົງໂຄສະນາຕາມສາຍທາງຂອບເຂດເທດສະບານເມືອງໃຫ້ທົ່ວເຖິງ ພ້ອມທັງຮຽກຮ້ອງໃຫ້ສັງຄົມພາຍໃນເມືອງ ກໍຄື ພາຍໃນແຂວງ ຂໍໃຫ້ນັກຂັບຂີ່ທັງຫຼາຍເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ແລະ ມີສະຕິໃນການຂັບຂີ່ຍານພາຫະນະທຸກຊະນິດ, ທີ່ສໍາຄັນ ຖ້າດື່ມສິ່ງມຶນເມົາແລ້ວບໍ່ຄວນຂັບຂີ່ລົດຢ່າງເດັດຂາດ. ທັງນີ້, ກໍເພື່ອຄວາມປອດໄພຂອງຕົວນັກຂັບຂີ່ເອງ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ ກ້າວໄປເຖິງເຮັດໃຫ້ສະພາບອຸບັດຕິເຫດຫຼຸດລົງເທື່ອລະກ້າວ.