ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍເອກະສານທາງລັດຖະການ, ຄໍາແນະນໍາ ແລະ ການຮ່າງເອກະ ສານທາງການໃຫ້ນາຍ ແລະ ພົນຕໍາຫຼວດກົມກອງອ້ອມຂ້າງກອງບັນຊາການປ້ອງກັນສູນກາງ, ເປັນປະທານ ແລະ ເຜີຍແຜ່ໂດຍ ພັອ ບຸນທົງ ສີດາວົງ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ໂດຍມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ ໃນວັນທີ 30 ມິຖຸນາ 2022.

ພັອ ບຸນທົງ ສີດາວົງ ກ່າວວ່າ: ການຈັດຕັ້ງເຜີຍແຜ່ກົດໝາຍໃຫ້ນາຍ ແລະ ພົນຕໍາຫຼວດກົມກອງອ້ອມຂ້າງກອງບັນຊາການປ້ອງກັນສູນກາງຄັ້ງນີ້ ກໍເພື່ອເປັນການເພີ່ມຄວາມຮູ້ຂັ້ນພື້ນຖານຂອງວຽກງານການສ້າງເອກະສານໃຫ້ພະນັກງານຫຼັກແຫຼ່ງພາຍໃນກອງບັນຊາການ, ສ້າງຄວາມເປັນເອກະ ພາບທາງດ້ານຫຼັກການເຄື່ອນໄຫວວຽກງານສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ຄວາມ ເປັນຈິງໃນການສ້າງເອກະສານ, ເຮັດວຽກ ງານຄົ້ນຄວ້າ, ເກັບກໍາຂໍ້ມູນ-ຂ່າວສານທີ່ຖືກຕ້ອງ ເພື່ອຊ່ວຍໃຫ້ຂັ້ນນໍາຕົກລົງບັນຫາຢ່າງຖືກຕ້ອງໃນຖານະເປັນເສນາທິການໃຫ້ຄະນະພັກ-ຄະນະບັນ ຊາຂັ້ນຂອງຕົນ.

ໃນນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍເອກະສານ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍເອກະສານ ແລະ ການສ້າງເອກະສານທາງການ. ແຕ່ລະເນື້ອໃນລ້ວນແຕ່ມີຄວາມສໍາຄັນ, ເຊິ່ງເປັນໜ້າທີ່ ແລະ ຄວາມຮັບຜິດຊອບທາງດ້ານການເມືອງ ເພື່ອຜັນຂະ ຫຍາຍເນື້ອໃນບາງມາດຕາຂອງກົດໝາຍວ່າ ດ້ວຍເອກະສານໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມ.