ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຈຳປາສັກ ຈັດກອງປະຊຸມຈັດຕັ້ງປະຕິບັດ ວຽກງານກໍ່ສ້າງພັກ-ວຽກງານພະນັກງານ ຄັ້ງທີ 2 ໄລຍະ 5 ປີ ຂຶ້ນ ໃນອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ສີຜາ ຂຸນພົນພັກດີ ກຳມະການພັກກອງບັນຊາການ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ, ມີ ສະຫາຍ ພັທ ບຸນອ່ຽງ ພັນວົງສາ ຄະນະປະຈຳພັກກອງບັນຊາການ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກຮາກຖານ, ບັນດາຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັທ ໄຊຍະລາ ສາຍນາທີ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຜ່ານບົດສະຫຼຸບລາຍງານການຈັດຕັ້ງປະຕິບັດ ວຽກງານພັກ-ວຽກງານພະນັກງານ ໃນໄລຍະຜ່ານມາ ວ່າ:

ຄະນະພັກ-ຄະນະບັນຊາ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຖືເອົາວຽກງານກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ເປັນກົກ, ເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ສ່ວນຫຼາຍມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ, ສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຢຶດໝັ້ນອຸດົມການຂອງພັກຢ່າງໜັກແໜ້ນ, ສຸມໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ.

ພ້ອມນັ້ນ, ຍັງໄດ້ເອົາໃຈໃສ່ເພີ່ມທະວີການກໍ່ສ້າງ ແລະ ປັບປຸງການຈັດຕັ້ງຮາກຖານພັກ ຢູ່ຄະນະພັກຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ຕິດພັນກັບ ການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ສຸມໃສ່ປະຕິບັດຂໍ້ແຂ່ງຂັນຂອງຊາວໜຸ່ມ, ແມ່ຍິງ ໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະ ແລະ ວຽກງານຂະບວນການຕ່າງໆທີ່ການຈັດຕັ້ງພັກ-ລັດຈັດຂຶ້ນຢ່າງເປັນຂະບວນຟົດຟື້ນ, ໂດຍຕິດພັນກັບວຽກງານວິຊາສະເພາະ ເປັນຕົ້ນແມ່ນ:

  • ວຽກງານຄຸ້ມຄອງສຳມະໂນຄົວ
  • ວຽກງານ ປກສ ກຸ່ມ ແລະ ປກສ ບ້ານ
  • ວຽກງານທະບຽນປະຫວັດ ແລະ ອອກບັດປະຈຳຕົວໃຫ້ປະຊາຊົນ
  • ວຽກງານອາຊີບພິເສດ ແລະ ພາຫະນະພິເສດ ແລະ ວຽກງານອື່ນໆ.

ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ກໍ່ສ້າງພະນັກງານ ຜ່ານຈາກວຽກງານຕົວຈິງດ້ວຍການສົ່ງລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາເມືອງ, ນະຄອນ ໃນ ໄລຍະຜ່ານມາ ຢ່າງເປັນປົກກະຕິ, ພ້ອມທັງໄດ້ເຮັດວຽກງານປະຕິບັດນະໂຍບາຍໄປພ້ອມ ແລະ ເຮັດສຳເລັດໜ້າທີ່ການເມືອງຕາມການມອບໝາຍ.

ສະຫາຍ ພັທ ບຸນອ່ຽງ ພັນວົງສາ ໄດ້ໃຫ້ທິດຊີ້ນຳຄະນະພັກ-ຄະນະບັນຊາຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຍາດມາໄດ້ໃນໄລຍະຜ່ານມາ, ເອົາໃຈໃສ່ໃຫ້ລະອຽດກ່ຽວກັບການເຄື່ອນໄຫວວິຊາສະເພາະ, ສ້າງພະນັກງານສືບທອດປ່ຽນແທນໄປຕາມແຕ່ລະໄລຍະ, ຕ້ອງປະຕິບັດຫຼັກການລວມສູນປະຊາທິປະໄຕ, ຮັບປະກັນຄວາມເປັນເອກະພາບພາຍໃນຄະນະພັກ, ເປີດກວ້າງປະຊາທິປະໄຕໃຫ້ມະຫາຊົນມີສ່ວນຮ່ວມ, ເສີມຂະຫຍາຍຄວາມຮັບຜິດຊອບຂອງບັນດາອົງການຈັດຕັ້ງມະຫາຊົນ ເພື່ອຄົ້ນຄວ້າໃຫ້ໄດ້ເປົ້າໝາຍບຸກຄະລາກອນທີ່ມີເງື່ອນໄຂ, ມາດຖານຄົບຖ້ວນ, ກຳແໜ້ນວິຊາສະເພາະໃຫ້ດີ, ຖືກຕ້ອງ, ວ່ອງໄວ, ມີຄວາມໂປ່ງໃສ ແລະ ເປັນເຈົ້າການໃນການຕິດຕາມກວດກາການເຄື່ອນໄຫວຂອງສະມາຊິກພັກຢ່າງເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການວາງແຜນ ແລະ ປະຕິບັດແນວທາງນະໂຍບາຍຂອງພັກ ເພື່ອສ້າງສາພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ຮັ່ງມີຜາສຸກ ເຮັດໃຫ້ມີຄວາມສີວິໄລ ແລະ ຍຸດຕິທຳ.