ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວເມືອງ ໄລຍະ 5 ປີຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2021-2025) ໃນວັນທີ 1 ກໍລະກົດ 2022, ໂດຍມີ ສະຫາຍ ບຸນໜາ ຜາທຸມມະວົງ ກໍາມະການປະຈໍາພັກ ນວ ຫົວໜ້າຄະນະຈັດຕັ້ງ ນວ, ສະຫາຍ ຄໍາປະດິດ ເຂັມມານິດ ກໍາມະການພັກ ນວ ເລຂາພັກເມືອງ ເຈົ້າເມືອງໄຊທານີ, ມີບັນດາຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຄະນະໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ແລະ ເລຂາພັກບ້ານ-ນາຍບ້ານ ອ້ອມຂ້າງເມືອງ ເຂົ້າຮ່ວມ.

ສະຫາຍ ນາງ ສີດາ ບຸນມາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງ ເມືອງໄຊທານີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໄລຍະ 5 ປີຜ່ານມາ ໃຫ້ຮູ້ວ່າ:

ຜ່ານມາ, ຄະນະພັກ, ຄະນະໜ່ວຍພັກ ແມ່ນໄດ້ຖືເອົາວຽກງານກໍ່ສ້າງພັກທາງດ້ານການເມືອງ ເປັນວຽກງານຍຸດທະສາດທີ່ສຳຄັນຂອງພັກ, ໂດຍການນຳເອົາແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາຕ່າງໆ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ກົດລະບຽບຂອງພັກ ສະໄໝທີ X, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ເມືອງໄຊທານີ ເພື່ອສ້າງພື້ນຖານສໍາຄັນໃຫ້ແກ່ການກໍ່ສ້າງພັກທາງດ້ານການເມືອງ ໃຫ້ມີຄວາມໜັກແໜ້ນ ຕິດພັນກັບ ການຈັດຕັ້ງປາຖະກະຖາເລົ່າມູນເຊື້ອໃນວັນສຳຄັນຕ່າງໆຂອງພັກ, ຂອງຊາດ ແລະ ຄຸນສົມບັດສິນທໍາປະຕິວັດຂອງບັນດາທ່ານຜູ້ນຳຢ່າງກວ້າງຂວາງ ແລະ ເລິກເຊິ່ງ.

ນອກນີ້, ຄະນະພັກເມືອງ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດປະຕິບັດບົດບາດເປັນແກນນໍາໃນລະບົບການເມືອງ ນັບແຕ່ຂັ້ນເມືອງລົງຮອດຂັ້ນບ້ານ.

ປັດຈຸບັນ, ທົ່ວອົງຄະນະພັກເມືອງ ມີ 10 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 176 ໜ່ວຍ; ໃນນີ້, ໝ່ວຍພັກຮາກຖານທີ່ຂຶ້ນກັບ ອົງຄະນະພັກເມືອງ ໂດຍກົງ ມີ 53 ໜ່ວຍ, ໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ 123 ໜ່ວຍ ທຽບໃສ່ປີ 2015 ເພີ່ມຂຶ້ນ 36 ໜ່ວຍ.

ສຳລັບສະມາຊິກພັກທັງໝົດ ມີ 4.570 ສະຫາຍ ຍິງ 1.595 ສະຫາຍ; ໃນນີ້, ມີສະມາຊິກພັກສຳຮອງ 808 ສະຫາຍ ຍິງ 339 ສະຫາຍ, ທຽບໃສ່ປີ 2015 ເພີ່ມຂຶ້ນ 1.361 ສະຫາຍ ຍິງ 254 ສະຫາຍ. ພ້ອມນີ້, ກໍສາມາດແກ້ໄຂສະພາບໜ່ວຍພັກໜຶ່ງນຳພາຫຼາຍບ້ານ ແລະ ຫຼາຍຫ້ອງການ ໄດ້ຮັບການແກ້ໄຂໂດຍພື້ນຖານ ໃນ 5 ປີ ຜ່ານມາ, ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກໄດ້ 1.438 ສະຫາຍ ຍິງ 707 ສະຫາຍ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ເມືອງໄຊທານີ ກ່ຽວກັບ ທິດທາງວຽກງານກໍ່ສ້າງພັກ-ພະນັກງານໃຫ້ປະກົດຜົນເປັນຈິງ, ສຸມໃສ່ກໍ່ສ້າງ, ປັບປຸງການຈັດຕັ້ງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ແລະ ມີຄຸນນະພາບ, ຍົກສູງຄຸນນະພາບການດຳເນີນຊີວິດການເມືອງຂອງບັນດາໝ່ວຍພັກ, ເອົາໃຈໃສ່ການຕຳນິຕິຊົມເຊິ່ງກັນແລະກັນ ແລະ ຮັບປະກັນຄວາມສາມັກຄີພາຍໃນພັກ.

ໃນພິທີ, ຍັງໄດ້ຜ່ານມະຕິຂອງ ຄະນະປະຈໍາພັກ ນວ ວ່າດ້ວຍ ການຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021, ສະເພາະເມືອງໄຊທານີ ແມ່ນ 158 ໜ່ວຍພັກ ແລະ ມອບໃບຢັ້ງຢືນໃຫ້ໜ່ວຍພັກໂດຍ ສະຫາຍ ບຸນໜາ ຜາທຸມມະວົງ.