ກອງສິລະປະປ້ອງກັນຄວາມສະຫງົບ ສປປ ລາວ ຈະໄດ້ເຂົ້າຮ່ວມສະແດງສິລະປະວັນນະຄະດີ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 6-12 ກໍລະກົດ ທີ່ຈະມາເຖິງນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງວິທະຍາຄານຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄົບຮອບ 60 ປີ.

ພິທີຝຶກຊ້ອມການສະແດງ ໄດ້ຈັດຂຶ້ນໃນວັນທີ 1 ກໍລະກົດ 2022 ທີ່ສະໂມສອນສະໜາມມ້າ, ໂດຍການເຂົ້າຮ່ວມຮັບຊົມຂອງ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາແຂກຮັບເຊີນຈາກອ້ອມຂ້າງ ກະຊວງ ແລະ ກະຊວງ ຖວທ.

ພັອ ສອນພະຈັນ ທຳມະວົງ ຫົວໜ້າກົມໂຄສະນາອົບຮົມ ກ່າວວ່າ:

ການເຄື່ອນໄຫວຂອງສິລະປະປ້ອງກັນຄວາມສະຫງົບ ສປປ ລາວ ຄັ້ງນີ້ ແມ່ນເຂົ້າຮ່ວມງານມະຫາກຳດົນຕີຕຳຫຼວດບັນດາປະເທດອາຊຽນ ຈັດຂຶ້ນທີ່ນະຄອນຫຼວງຮ່າໂນ້ຍ. ຈາກນັ້ນ, ເດີນທາງໄປສະແດງຢູ່ແຂວງເຫງະອານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງວິທະຍາຄານຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຄົບຮອບ 60 ປີ.

+ ເຊິ່ງລາຍການສະແດງ ປະກອບມີ:

  • ດ່ຽວແຄນ
  • ບົດຟ້ອນໃຕ້ຮົ່ມທຸງພັກ
  • ບົດເພງ ປກສ ປະຊາຊົນ
  • ງາມແດນຈໍາປາ
  • ເພງ Hanoi cua toi
  • ລໍາຕັ່ງຫວາຍ
  • ບົດຟ້ອນນັກຮົບສັນຕິລາດ

ຜ່ານການຮັບຊົມການສະແດງ ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ລາຍການສະແດງ ເປັນຕົ້ນແມ່ນຈັງຫວະ, ສຽງດົນຕີ, ການນຸ່ງຖື ແລະ ກ້ອນຮູບແຖວ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ, ເຊິ່ງຄຳປະກອບຄຳເຫັນດັ່ງກ່າວ ກອງສິລະປະ ຈະນຳໄປປັບປຸງໃຫ້ເນື້ອໃນອຸດົມສົມບູນດີຂຶ້ນກວ່າເກົ່າ.