ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ແລະ ກອງບັນຊາການທະຫານຊາຍແດນ ແຂວງຮ່າຕິງ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນວຽກງານວິຊາສະເພາະ ປະຈໍາປີ 2022 ໃນວັນທີ 26 ມີຖຸນາ ຜ່ານມາ ທີ່ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ, ຝ່າຍລາວນຳໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ຝ່າຍຫວຽດນາມນຳໂດຍ ພັອ ບຸ່ຍຮົ່ງແທງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕິງ, ມີຄະນະກອງບັນຊາການ, ຫົວໜ້າຄະນະຫ້ອງ, ບັນດາກອງບັນຊາການ ປກສ ເມືອງ ແລະ ຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ພ້ອມກັນຕີລາຄາສູງຕໍ່ການຮ່ວມມືທັງສອງຝ່າຍ ໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍສະເພາະແມ່ນ ການປະສານສົມທົບແໜ້ນໃນການແລກປ່ຽນຂໍ້ມູນຂ່າວສານ ເພື່ອປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ.

ເຊິ່ງໃນໄລຍະຜ່ານມາ ເຫັນວ່າ ຍັງພົບຄວາມຫຍຸ້ງຍາກໃນການປະສານງານ, ອີງໃສ່ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ແພ່ລະບາດຢ່າງຮ້າຍແຮງ ແຕ່ສອງກໍາລັງກໍບໍ່ໄດ້ທໍ້ຖອຍ ໄດ້ພ້ອມກັນຕັດສິນໃຈສູ້ຊົນຜ່ານຜ່າທຸກຂໍ້ຫຍຸ້ງຍາກແລກປ່ຽນບົດຮຽນ ດ້ວຍການສົ່ງຂໍ້ມູນຂ່າວສານໃຫ້ກັນຊາບໃນແຕ່ລະໄລຍະ ເພື່ອຕິດຕາມການເຄື່ອນໄຫວຂອງເປົ້າໝາຍ ແລະ ກຸ່ມຄົນບໍ່ດີທີ່ເຂົ້າ-ອອກໄປມາລຽບຕາມຊາຍແດນ.

ໃນ 1 ປີຜ່ານມາ, ປະຊາຊົນແຂວງຮ່າຕິງ ສສ ຫວຽດນາມ ໄດ້ລັກລອບເຂົ້າມາ ແຂວງບໍລິຄໍາໄຊ ສປປ ລາວ ແບບຜິດກົດໝາຍຈໍານວນ 99 ຄົນ ຍິງ 23 ຄົນ. ນອກນີ້, ເຈົ້້າໜ້າທີ່ດ່ານ ຕມ ສາກົນນໍ້າພາວ ຍັງໄດ້ສົ່ງຜູ້ຖືກຫາ ເຊິ່ງເປັນປະຊາຊົນຫວຽດນາມ ໃຫ້ທະຫານຊາຍແດນ ຈໍານວນ 28 ຄົນ; ມີການປະສານສົມທົບກັນມ້າງຄະດີຢາເສບຕິດ ຢູ່ເມືອງທ່າພະບາດໄດ້ 1 ເລື່ອງ ຢຶດຂອງກາງຢາບ້າໄດ້ 60 ມັດ, ສົມທົບມ້າງລາຍຄະດີ ຢູ່ເມືອງປາກຊັນ 1 ເລື່ອງ ກັກຜູ້ຖືກຫາໄດ້ 4 ຄົນ ຍິງ 2 ຄົນ ຢຶດຂອງກາງຢາບ້າ 120 ມັດ, ຢາໄອສ໌ 60 ກິໂລກຼາມ, ລົດໃຫຍ່ 2 ຄັນ ແລະ ມ້າງລາຍຄະດີ ຢູ່ເມືອງຄຳເກີດ 1 ລາຍ, ກັກຜູ້ຖືກຫາ 4 ຄົນ, ຂອງກາງເຮໂຣອິນ 600 ແທ່ງ ແລະ ຢາບ້າ 4.000 ເມັດ.

ໃນກອງປະຊຸມ, ຜູ້ແທນທັງສອງຝ່າຍ ກໍໄດ້ເປັນເອກະພາບກັນສ້າງບົດບັນທຶກຊ່ວຍຈຳ ເພື່ອເປັນແຜນການທິດທາງໃນຕໍ່ໜ້າ ເພື່ອເຄື່ອນໄຫວປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນແຂວງຂອງຕົນ ແລະ ຄວາມສະຫງົບຕາມເສັ້ນຊາຍແດນເຂົ້າ-ອອກເມືອງ, ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ຍັງໄດ້ສະເໜີພັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມແລກປ່ຽນ ໃນແຕ່ລະປີ.

ຈາກນັ້ນ, ກໍໄດ້ເຊັນບົດບັນທຶກຊ່ວຍຈຳ ຝ່າຍລາວລົງນາມໂດຍ ພັອ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ, ຝ່າຍຫວຽດນາມລົງນາມໂດຍ ພັອ ບຸ່ຍຮົ່ງແທງ ຫົວໜ້າກອງບັນຊາການທະຫານຊາຍເເດນ ແຂວງຮ່າຕິງ, ໂດຍມີ ຄະນະພັກ ກອງບັນຊາການ ແລະ ຜູ້ແທນທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.