ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຈຳປາສັກ ຈັດກອງປະຊຸມຈັດຕັ້ງປະຕິບັດວຽກງານພັກ, ພະນັກງານ ຄັ້ງທີ I ໃນໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025), ເປັນປະທານໂດຍ ສະຫາຍ ພັທ ປະຫວັດ ວໍລະໄຊ ຄະນະພັກຮາກຖານຫ້ອງ, ຮອງຫົວໜ້າຫ້ອງສັນຕິບານ, ສະຫາຍ ພັທ ວິຊຽນ ດວງຄໍາ ຄະນະປະຈຳພັກ ກອງບັນຊາການ, ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຄະນະພັກຮາກຖານຫ້ອງ, ຄະນະໜ່ວຍພັກ ແລະ ສະມາຊິກພັກ ພາຍໃນຫ້ອງສັນຕິບານ ເຂົ້າຮ່ວມ.

ໃນພິທີ ສະຫາຍ ພັທ ພູວົງ ວົງຄຳສີ ຄະນະພັກຫ້ອງ, ຮອງຫົວໜ້າຫ້ອງສັນຕິບານ ໄດ້ຜ່ານບົດສະຫຼຸບຕີລາຄາກ່ຽວກັບວຽກງານພັກ, ພະນັກງານ ໄລຍະ 5 ປີ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ, ເຊິ່ງໄລຍະຜ່ານມາ ຄະນະພັກຮາກຖານ ຫ້ອງສັນຕິບານ ໄດ້ສຸມໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ, ເອົາໃຈໃສ່ປັບປຸງບູລະນະກົງຈັກການຈັດຕັ້ງຂອງໜ່ວຍພັກທີ່ຂຶ້ນກັບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ສອດຄ່ອງກັບການປັບປຸງການຈັດຕັ້ງບັນຊາ, ປະຕິບັດຖືກຕ້ອງຕາມຫຼັກການຂອງພັກ ແລະ ລະບອບບັນຊາຫົວໜ້າດຽວ ໃນກຳລັງ ປກສ.

ໂດຍໄລຍະ 5 ປີຜ່ານມາ, ຄະນະພັກຮາກຖານ ຫ້ອງສັນຕິບານ ໄດ້ເອົາໃຈໃສ່ເຮັດວຽກງານຂະຫຍາຍພັກ ດັ່ງນີ້:

  • ສະເໜີ ມະຫາຊົນກ້າວໜ້າ ເຂົ້າເປັນ ສະມາຊິກພັກສຳຮອງ ໄດ້ 86 ສະຫາຍ ຍິງ 22 ສະຫາຍ
  • ສະເໜີ ສະມາຊິກພັກສຳຮອງ ເລື່ອນຂຶ້ນ ສົມບູນ ໄດ້ 67 ສະຫາຍ ຍິງ 18 ສະຫາຍ

ອັນພົ້ນເດັ່ນແມ່ນ ໄດ້ສຳເລັດການກວດກາປະເມີນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020, ເຊິ່ງຄະນະພັກຂັ້ນເທິງໄດ້ຮັບຮອງເອົາເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 9 ໜ່ວຍພັກຂອງຈຳນວນໜ່ວຍພັກທັງໝົດ 12 ໜ່ວຍພັກ; ໃນໄລຍະຜ່ານມາ, ຄະນະພັກຫ້ອງ ໄດ້ສົ່ງກຳລັງໄປຍົກລະດັບວິຊາສະເພາະຂັ້ນຕ່າງໆ ຕາມຕົວເລກແບ່ງປັນຂອງຂັ້ນເທິງຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ 88 ສະຫາຍ ຍິງ 10 ສະຫາຍ ພ້ອມນັ້ນຍັງໄດ້ຖືສຳຄັນຕໍ່ວຽກງານກວດກາ, ເຊິ່ງໄດ້ເອົາໃຈໃສ່ເຮັດວຽກງານກວດກາຢ່າງເປັນປົກກະຕິ ໂດຍສະເພາະແມ່ນກວດກາການເຄື່ອນໄຫວຂອງແຕ່ລະໜ່ວຍພັກ, ການເຄື່ອນໄຫວຂອງສະມາຊິກພັກ, ພະນັກງານນັກຮົບທີ່ຂຶ້ນກັບຄວາມຮັບຜິດຊອບ, ເຊິ່ງໄດ້ປະຕິບັດວິໄນຕໍ່ສະມາຊິກພັກ, ພະນັກງານ-ນັກຮົບ ທີ່ຖືກປະຕິບັດວິໄນປະເພດຕ່າງໆຢ່າງເຂັ້ມງວດ.

ຕິດພັນກັບວຽກງານດັ່ງກ່າວ ຍັງໄດ້ສົ່ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ຢູ່ບັນດາກອງບັນຊາການ ປກສ ເມືອງ ແລະ ນະຄອນ ໄດ້ທັງໝົດ 72 ສະຫາຍ ຍິງ 3 ສະຫາຍ. ຈາກນັ້ນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ວາງທິດທາງແຜນການ ໃນ 5 ປີຕໍ່ໜ້າ.

ໃນກອງປະຊູມ ສະຫາຍ ພັທ ວິຊຽນ ດວງຄໍາ ໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນໄລຍະຜ່ານມາ ແລະ ຢຶດໝັ້ນ 5 ຫຼັກການ 3 ທິດນຳ ໃນການກໍ່ສ້າງພັກເພີ່ມທະວີທາດແທ້ຊົນຊັ້ນກຳມະກອນ ແລະ ລັກສະນະນຳໜ້າຂອງພັກ, ສຸມໃສ່ຍົກສູງຄວາມສາມາດນຳພາ-ບັນຊາ, ປັບປຸງພັກໃຫ້ໜັກແໜ້ນທາງດ້ານແນວຄິດການເມືອງ-ແນວຄິດ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ໃຫ້ກະທັດຮັດສົມເຫດສົມຜົນ ແລະ ມີຄວາມໜັກແໜ້ນເຂັ້ມແຂງກ່ວາເກົ່າ.