ໃນວັນທີ 29 ມິຖຸນາ 2022, ທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄອບຄົວການນຳຂັ້ນແຂວງ ແລະ ສະມາຄົມນັກທຸລະກິດ ແຂວງສະຫວັນນະເຂດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ນຳເຄື່ອງອຸປະໂພກ-ບໍລິໂພກໄປມອບໃຫ້ ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫຼັກ 26 ແຂວງສະຫວັນນະເຂດ, ມີຄະນະສູນ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນສູນດັ່ງກ່າວ ໃຫ້ການຕ້ອນຮັບ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີ: ເງິນ ຈຳນວນ 5.000.000 ກີບ, ເຂົ້າກ່ອງ ຈຳນວນ 430 ກ່ອງ, ນ້ຳດື່ມ ຈຳນວນ 38 ແພັກ ແລະ ນໍ້າຫວານ ຈໍານວນ 38 ແພັກ, ກ່າວມອບໂດຍ ທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ, ຮັບໂດຍ ພັຕ ບຸນເທົາ ໄຊຍະວັນຄຳ ຮອງຫົວໜ້າສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຫຼັກ 26 ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ໃນພິທີ ພັຕ ບຸນເທົາ ໄຊຍະວັນຄຳ ໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີ່ດ້ານຕ່າງໆກ່ຽວກັບ ດ້ານດີ, ດ້ານອ່ອນ ແລະ ຜົນງານ ໃຫ້ທ່ານຮອງເຈົ້າແຂວງໄດ້ຮັບຊາບ ພ້ອມທັງກ່າວສະແດງຄວາມຂອບໃຈ ແລະ ຊົມເຊີມມາຍັງທ່ານຮອງເຈົ້າແຂວງ ພ້ອມຄະນະ ທີ່ໄດ້ປະກອບສ່ວນ ແລະ ໃຫ້ການສະໜັບສະໜູນເຂົ້າໃນວຽກງານວິຊາສະເພາະ ແລະ ທັງເປັນການປະກອບສ່ວນຊຸກຍູ້ອ້າຍນ້ອງ ກຳລັງປ້ອງກັນຄວາມສະຫງົບ ທີ່ກຳລັງເຄື່ອນໄຫວປະຕິບັດໜ້າທີ່ ແລະ ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຂໍຢັ້ງຢັນຍັນວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຈຳນວນດັ່ງກ່າວ ເຂົ້າໃນວຽກງານວິຊາສະເພາະໃຫ້ຖືກຕ້ອງຕາມຈຸດປະສົງ.