ໃນວັນທີ 29 ມິຖຸນາ 2022, ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມຊຸກຍູ້ ແລະ ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຢູ່ກອງກໍ່ສ້າງຮາກຖານ 916 ປະຈໍາຢູ່ເມືອງປາກກະດິງ ແຂວງບໍລິຄໍາໄຊ, ມີຄະນະຫ້ອງ 509 ປກສ ແຂວງບໍລິຄໍາໄຊ, ຄະນະກອງກໍ່້ສ້າງຮາກຖານ 916 ແລະ ພະນັກງານກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ພັທ ສອນໄຊ ໜໍ່ມັງເມກ ຫົວໜ້າກອງກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານ ວ່າ:

ໃນໄລຍະຜ່ານມາ, ກອງກໍ່ສ້າງຮາກຖານ ໄດ້ເອົາໃຈໃສ່ສືກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ ພາຍໃນກອງ ແລະ ນໍາເອົາມະຕິ, ຄຳສັ່ງ ແລະ ແຜນການຂອງຂັ້ນເທິງລົງເຜີຍແຜ່ໃຫ້ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານ ຮັບຮູ້ ແລະ ເຂົ້າໃຈ. ນອກນັ້ນ, ຍັງສົມທົບກັບ ປກສ ແຂວງບໍລິຄໍາໄຊ ແລະ ກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ກອງບັນຊາການ ປກສ ເມືອງປາກກະດິງ, ປກສ ກຸ່ມ ແລະ ກຳລັງ ປກຊ-ປກສ ບ້ານ ລົງເຄື່ອນໄຫວຈັດຕັ້ງປະຕິບັດແຜນວຽກວິຊາສະເພາະ, ລົງກວດກາ, ຕິດຕາມ, ເກັບກຳສະຖິຕິພົນລະເມືອງ, ເຮັດບົດບັນທຶກສັນຍາຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ເກັບກຳສະຖິຕິຄົນຕ່າງປະເທດມາພັກເຊົາ, ປະກອບອາຊີບຖືກຕ້ອງ ແລະ ບໍ່ຖືກຕ້ອງ, ສະຖິຕິຄົນຕ່າງປະເທດ ມາແຕ່ງດອງກັບຄົນລາວ ແລະ ສະຖິຕິຫ້າງຮ້ານຂອງຄົນຕ່າງປະເທດ.

ກອງກໍ່ສ້າງຮາກຖານ 916 ປະກອບມີ 15 ບ້ານ ໃນຂອບເຂດຮັບຜິດຊອບກວມເອົາ 2 ກຸ່ມບ້ານ ຄື: ກຸ່ມປາກກະດິງ ແລະ ກຸ່ມປາກທອນ ມີຈໍານວນຄອບຄົວທັງໝົດ 3.068 ຄອບຄົວ, ມີ 3.220 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 16.802 ຄົນ ຍິງ 8.157 ຄົນ, ອາຍຸ 15 ປີຂຶ້ນໄປ ມີ 7.871 ຄົນ ຍິງ 4.157 ຄົນ.

ຈາກນັ້ນ, ພົຈວ ໜູໃບ ອິນທິສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານກໍ່ສ້າງຮາກຖານ ທີ່ສາມາດຍາດໄດ້ຜົນງານ ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ພະນັກງານກໍ່ສ້າງຮາກຖານ ສຸມໃສ່ເຮັດວຽກງານການເມືອງແນວຄິດ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ເກັບກໍາການເໜັງຕີງຂອງພົນລະເມືອງ ຢູ່ພາຍໃນບ້ານ, ເກັບກຳຄົນຫຼຸດ, ຄົນເພີ່ມ, ຄົນພັກເຊົາ, ມີໜ້າຊົ່ວຄາວ ແລະ ບໍ່ມີໜ້າຊົ່ວຄາວ, ກຳໃຫ້ໄດ້ເປົ້າໝາຍປະເພດຕ່າງໆທີ່ເຄື່ອນໄຫວຜິດກົດໝາຍ ໃນເຂດຄວາມຮັບຜິດຊອບຂອງຕົນ ເພື່ອຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວ ໃນແຕ່ລະໄລຍະ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມທິດຊີ້ນຳຂອງ ກະຊວງ ປກສ ກໍຄື ທິດຊີ້ນຳຂອງແຂວງ ແລະ ເມືອງ ວາງອອກ ໃຫ້ມີຜົນສຳເລັດ.