ຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຕ້ານການຄ້າມະນຸດ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 ໃນອາທິດຜ່ານມາ, ເປັນປະທານໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ທັງເປັນ ປະທານຄະນະກຳມະການຕ້ານການຄ້າມະນຸດ ແຂວງສະຫວັນນະເຂດ, ມີ ພັອ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຮອງປະທານຄະນະກຳມະການຕ້ານການຄ້າມະນຸດແຂວງ, ມີຄະນະກໍາມະການຕ້ານການຄ້າມະນຸດຂັ້ນເມືອງ 14 ຕົວເມືອງ, 1 ນະຄອນ, ແຂກຮັບເຊີນ, ພະນັກງານວິຊາສະເພາະ ເຂົ້າຮ່ວມ.

ນາງ ວຽງສະໝອນ ພະທິທັກ ທັງເປັນ ຮອງປະທານສະຫະພັນແມ່ຍິງແຂວງ ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດແຂວງ ໃຫ້ຮູ້ວ່າ:

ແຂວງສະຫວັນນະເຂດ ແມ່ນແຂວງໜຶ່ງທີ່ຍັງມີກຸ່ມຄົນຈໍານວນໜຶ່ງເຄື່ອນໄຫວປຸກລະດົມຂົນຂວາຍເອົາຊາວໜຸ່ມ-ຍິງສາວ ແລະ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 18 ປີ ໄປຂາຍແຮງງານ, ຂາຍບໍລິການທາງເພດ ແລະອື່ນໆ ເປັນຕົ້ນແມ່ນ ການສ້າງຄອບຄົວກັບຄົນຕ່າງປະເທດ. ນອກນີ້, ກໍຍັງມີການເປີດຮ້ານບໍລິການກິນດື່ມ ເປັນຮູບການບັງໜ້າ ເພື່ອປົກປິດການກວດກາຂອງເຈົ້າໜ້າທີ່, ຄະນະກໍາມະການຕ້ານການຄ້າມະນຸດທຸກຂັ້ນ ໄດ້ເອົາໃຈໃສ່ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດ, ໄດ້ປະສານສົມທົບກັບທຸກຂະແໜງການທີ່ກ່ຽວຂ້ອງ ໂດຍເພີ່ມທະວີການໂຄສະນາດ້ວຍຫຼາຍຮູບແບບໃຫ້ທົ່ວເຖິງ, ພ້ອມທັງປຸກລະດົມທົ່ວປວງຊົນ, ອົງການຈັດຕັ້ງລັດ, ເອກະຊົນ, ອົງການຈັດຕັ້ງສາກົນເຂົ້າຮ່ວມວຽກງານການຄ້າມະນຸດ ໃຫ້ກາຍເປັນໜ້າທີ່ຂອງໝົດທຸກຄົນ, ນຳໃຊ້ທຸກມາດຕະການ ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ຖືກເຄາະຮ້າຍ ແລະ ນຳເອົາຜູ້ຄ້າມະນຸດມາດຳເນີນຄະດີຕາມລະບຽບກົດໝາຍ.

ເຊິ່ງໃນໄລຍະ 1 ປີຜ່ານມາ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຄ້າມະນຸດ ໄດ້ດຳເນີນການແກ້ໄຂຄະດຕ່າງໆດັ່ງນີ້:

  • ຄະດີການຄ້າມະນຸດ 2 ເລື່ອງ ມີຜູ້ຖືກເຄາະຮ້າຍ 4 ຄົນ ຍິງ 3 ຄົນ, ອາຍຸຕໍ່າກວ່າ 18 ປີ ມີ 3 ຄົນ (ຍິງ)
  • ຄະດີທຳຊຳເລົາເດັກ 3 ເລື່ອງ ມີຜູ້ຖືກຫາ 3 ຄົນ, ຜູ້ຖືກເຄາະຮ້າຍ 3 ຄົນ (ຍິງ), ອາຍຸຕໍ່າກວ່າ 18 ປີ 3 ຄົນ (ຍິງ)
  • ຄະດີຂົ່ມຂືນທຳຊຳເລົາ 17 ເລື່ອງ ມີຜູ້ຖືກຫາ 17ຄົນ, ຜູ້ເສຍຫາຍ 17 ຄົນ (ຍິງ)
  • ຄະດີການຂົນຂວາຍຄົນອອກນອກປະເທດ 1 ເລື່ອງ ມີຜູ້ຖືກຫາ 1 ຄົນ, ຜູ້ຖືກເຄາະຮ້າຍ 1 ຄົນ ເປັນເພດຍິງ

ສຳລັບຜົນການດຳເນີນແກ້ໄຂ ແລະ ສະຫຼຸບສຳນວນຄະດີສົ່ງ ໄອຍາການປະຊາຊົນແຂວງ ໄດ້ 21 ເລື່ອງ ມີຜູ້ຖືກຫາ 21 ຄົນ, ຜູ້ຖືກເຄາະຮ້າຍ 1 ຄົນ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ແລກປ່ຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ເລິກເຊິ່ງຢູ່ໃນບັນດາວຽກງານວິຊາສະເພາະຂອງຕົນ.

ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ຂຶ້ນຜ່ານບົດແນະນຳສະເໜີແຜ່ນງານແຫ່ງຊາດ ວ່າດ້ວຍ ການຕ້ານການຄ້າມະນຸດ ໄລຍະ III ປີ 2021-2025 ແລະ ຜ່ານຄໍາສັ່ງແນະນໍາຂອງ ຮອງນາຍົກລັດຖະມົນຕີ ສະບັບເລກທີ 044/ນຍ ລົງວັນທີ 25 ກໍລະກົດ 2018 ເລື່ອງແນະນໍາການຈັດຕັ້ງຜັນຂະຫຍາຍດໍາລັດ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການຕ້ານການຄ້າມະນຸດ ໃຫ້ມີປະສິດທິຜົນ ແລະ ປະສິດທິພາບຕື່ມອີກ.