ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ລະນຶກເຖິງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ໃນວັນທີ 5 ກໍລະກົດ 2022, ເປັນປະທານ ແລະ ປາຖະກະຖາໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະ ພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກົມໃຫຍ່ການເມືອງ ແລະ ສະມາຊິກພັກ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນເຊັນສັນຍາມິດຕະພາບການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ເຊິ່ງເປັນປະຫວັດສາດທີ່ມີມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ສະແດງອອກຫຼາຍເຫດການທີ່ສຳຄັນທີ່ສອງພັກສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ຮ່ວມສາມັກຄີກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບໃໝ່ ເພື່ອກູ້ຊາດ, ກູ້ເອກະລາດຂອງສອງປະເທດໃນເມື່ອກ່ອນ.

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເຊິ່ງເປັນປັດໄຈອັນສຳຄັນຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄື ການສ້າງສາພັດທະນາຂອງສອງປະເທດ ໃນປັດຈຸບັນ.

ການປາຖະກະຖາຄັ້ງນີ້ ກໍເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ນາຍ ແລະ ພົນຕໍາຫຼວດ ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ພ້ອມທັງເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງພັກ, ລັດ ແລະ ປະຊາຊົນອ້າຍ-ນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນພາລະກິດປະຕິວັດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວ ແລະ ການປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມ ໃນປັດຈຸບັນ, ສືບຕໍ່ເສີມຂະຫຍາຍ ແລະ ປົກປັກຮັກສາໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ, ທັງເປັນເຈົ້າການຖະນຸຖະໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.