ວັນທີ 5 ກໍລະກົດ 2022, ທີ່ ກະຊວງ ປກສ ໄດ້ມີພິທີມອບ-ຮັບລົດໂຮງໝໍ ລະຫວ່າງ ກະຊວງ ປກສ ແລະ ອົງການປົກຄອງ ນະຄອນຫຼວງວຽງຈັນ, ກ່າວມອບໂດຍ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ຫົວໜ້າຄະນະຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງ ປກສ ແລະ ກ່າວຮັບໂດຍ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກ່າວວ່າ:

ລົດທີ່ນໍາມາມອບໃຫ້ ອົງການປົກຄອງ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ ມີມູນຄ່າທັງໝົດ 535.000.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ ໂດຍສະເພາະແມ່ນ ແນໃສ່ຮັບໃຊ້ໃຫ້ແກ່ວຽກງານປິ່ນປົວພາຍໃນສູນດັ່ງກ່າວ ໃນກໍລະນີນຳສົ່ງຄົນເຈັບສຸກເສີນ ພ້ອມທັງເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ໃຫ້ປະກົດຜົນເປັນຈິງ.

ໂອກາດດັ່ງກ່າວ, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ໃຫ້ຄວາມສຳຄັນ, ເປັນຫ່ວງເປັນໃຍໃຫ້ການຊ່ວຍເຫຼືອແກ່ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ໃນຂົງເຂດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ກໍຄື ວຽກງານປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ ໃຫ້ມີປະສິດທິຜົນສູງຂຶ້ນ.