ໃນອາທິດຜ່ານມາ, ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມຊຸກຍູ້ ແລະ ຊີ້ນໍາວຽກງານວິຊາສະເພາະ ຢູ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງຄຳມ່ວນ, ໂດຍມີ ຄະນະຫ້ອງ, ກອງບັນຊາການ ປກສ ເມືອງ, ປກສ ກຸ່ມບ້ານ ໃນເທດສະບານເມືອງທ່າແຂກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ສຸລິເດດ ອາລຸນສັກ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຄຳມ່ວນ ໄດ້ລາຍງານສະພາບຈຸດພິເສດ, ທີ່ຕັ້ງຂອງແຂວງ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນແມ່ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ດ້ານວຽກງານວິຊາສະເພາະການຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງຕາມສາຍຕັ້ງ ແລະ ສາຍຂວາງ, ຕິດຕາມການເຄື່ອນໄຫວ, ການເໜັງຕີງຂອງປະຊາຊົນພົນລະເມືອງ ແລະ ກຸ່ມຄົນບໍ່ຫວັງດີທີ່ລັກມາດໍາລົງຊີວິດໃນແຕ່ລະເມືອງ, ການແກ້ໄຂບັນຫາຫາງສຽງສັງຄົມ, ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງໃນຂອບເຂດຊາຍແດນ, ການລັກລອບສ້າງຄອບຄົວລະຫວ່າງຄົນລາວ ກັບ ຄົນຕ່າງປະເທດ, ລັກລອບປະກອບອາຊີບ ແລະ ລັກລອບຄ້າ-ຂາຍເຄື່ອງຂອງຜິດກົດໝາຍ, ຄ້າ-ຂາຍຢາເສບຕິດ, ການກໍ່ອາດຊະຍາກໍາ, ການຄ້າມະນຸດ ແລະອື່ນໆ.

ໃນໂອກາດດັ່ງກ່າວ, ພົຈວ ໜູໃບ ອິນທິສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ໃນຂອບເຂດທີ່ຕົນຮັບຜິດຊອບ ເຮັດສໍາເລັດທຸກໜ້າທີ່ວຽກງານ, ສາມາດແກ້ໄຂໄດ້ບັນຫາຕ່າງໆໄດ້ທັນເຫດການ ໂດຍສອດຄ່ອງຕາມລະບຽບກົດໝາຍ.