ກອງປະຊຸມປະຈໍາໄຕມາດຂອງຄະນະພັກຮາກຖານກອງບັນຊາການ ປກສ ເມືອງຄໍາເກີດ ຄັ້ງທີ 4 ສະໄໝທີ II ໄດ້ໄຂຂຶ້ນໃນວັນທີ 29 ມິຖຸນາ 2022, ເປັນປະທານໂດຍ ສະຫາຍ ພັທ ລໍາເງິນ ພະບາດໄຊ ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ ຄໍາເກີດ ແຂວງບໍລິຄໍາໄຊ, ມີສະຫາຍ ຜາສຸກ ຈູມມະລາວົງ ຄະນະປະຈໍາພັກ ເມືອງ ຮອງເຈົ້າເມືອງຄໍາເກີດ, ມີຄະນະ ພັກຮາກຖານ, ຄະນະໜ່ວຍພັກ, ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຮ່າງບົດສະຫຼຸບຜົນງານການຈັດຕັ້ງປະຕິບັດນໍາພາ-ຊີ້ນໍາຂອງຄະນະພັກຮາກຖານໃນໄລ ຍະ 3 ເດືອນຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ, ຄະນະພັກ ໄດ້ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາຕົ້ນຕໍ ໂດຍນໍາເອົາມະຕິ, ຄໍາສັ່ງຂອງຂັ້ນເທິງມາເຜີຍແຜ່ເຊື່ອມຊຶມ ເພື່ອເຮັດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ ພັກ, ມີແນວຄິດອຸ່ນອຽນທຸ່ນທ່ຽງ ປະຕິບັດລະບຽບຂອງກໍາລັງຢ່າງເຂັ້ມ ງວດ, ດ້ານວຽກງານກໍ່ສ້າງ ແລະ ຂະ ຫຍາຍພັກ ໄດ້ຂະຫຍາຍມະຫາຊົນ ກ້າວໜ້າເຂົ້າຮຽນສະໜັບສະໜູນ 4 ສະຫາຍ, ສະເໜີມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງ 1 ສະຫາຍ, ວຽກງານຈັດຕັ້ງນະ ໂຍບາຍ ໄດ້ສະເໜີຜົນງານຍ້ອງຍໍ, ເລື່ອນຊັ້ນ ໃຫ້ພະນັກ ງານ 12 ສະຫາຍ ຍິງ 4 ສະ ຫາຍ, ອໍານວຍຄວາມສະດວກໃຫ້ອົງການຈັດຕັ້ງມະຫາຊົນ ເຄື່ອນ ໄຫວ ດ້ານ ວຽກງານຂະບວນການຢ່າງກວ້າງຂວາງ.

ນອກນັ້ນ, ຍັງໄດ້ນໍາພາ ປະຕິບັດວຽກງານວິຊາສະເພາະຕາມສິດພາລະບົດບາດ ເອົາໃຈໃສ່ເປັນເສນາທິການໃຫ້ແກ່ຂັ້ນເທິງປະຕິບັດວຽກງານ ໂດຍອີງໃສ່ 4 ຄາດໝາຍ, 4 ແຜນງານໃຫຍ່ ແລະ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ວາງອອກ ເພື່ອຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ ມີຄວາມໝັ້ນຄົງຢ່າງໜັກແໜ້ນໂດຍພື້ນຖານ, ສັງຄົມມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍດີ, ເຊິ່ງຜົນງານດັ່ງກ່າວໄດ້ສະແດງ ຄື: ວຽກງານຫ້ອງການໄດ້ເກັບກໍາຂໍ້ມູນການເຄື່ອນໄຫວຕ່າງໆລາຍງານສະພາບປະຈໍາວັນ ປະຈໍາເດືອນໃຫ້ຂັ້ນເທິງເປັນປົກກະຕິ, ຮັບ ເອກະ ສານ ຂາເຂົ້າ-ຂາອອກ ໄດ້ 1.670 ສະບັບ, ຂຶ້ນແຜນຖອນເງິນບໍລິຫານ ວຽກຕ່າງໆໄດ້ 150 ແຜນ, ວຽກງານ ສື່ສານໄດ້ຂຶ້ນຈັກຕິດຕໍ່ກັບ ປກສ ແຂວງ 85 ຜຽນ, ສົ່ງ ແລະ ຮັບແຝັກ 172 ສະບັບ, ວຽກງານຮັກສາຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໃຫ້ຫຼຸດ ໜ້ອຍຖອຍລົງເທື່ອລະກ້າວ ເປັນຕົ້ນ ການແກ້ໄຂບັນຫາອຸບັດຕິເຫດຕາມ ທ້ອງຖະໜົນຫຼວງ, ການຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ, ເຊິ່ງ 3 ເດືອນຜ່ານ ມາມີຄະດີເກີດຂຶ້ນທັງໝົດ 23 ເລື່ອງ, ກັກຕົວຜູ້ຖືກຫາ 51 ຄົນ; ໃນນັ້ນ, ຄະ ດີເສດຖະກິດ 2 ເລື່ອງ, ກັກຕົວຜູ້ຖືກ ຫາ 1 ຄົນ, ຄະດີອາຍາ 13 ເລື່ອງ, ກັກ ຕົວ 12 ຄົນ, ຄະດີຢາເສບຕິດ 8 ເລື່ອງ, ກັກຕົວ 38 ຄົນ, ພ້ອມຂອງກາງ ຄະດີຢາບ້າ 1.842 ເມັດ, ຄັນຊາແຫ້ງ 241 ກິໂລກຼາມ, ຢາໄອສ໌ 110 ຫໍ່, ນໍ້າ ໜັກ 110 ກິໂລກຼາມ, ເຮໂຣອິນ 3 ກ້ອນນ້ອຍ, ວຽກງານຈະລາຈອນມີອຸ ບັດຕິເຫດເກີດ ຂຶ້ນ ທັງໝົດ 24 ເລື່ອງ, ພາຫະນະເປ່ເພ 43 ຄັນ, ຄົນໄດ້ຮັບ ບາດເຈັບ 34 ຄົນ, ເສຍຊີວິດ 3 ຄົນ, ວຽກງານຄຸ້ມຄອງສໍາມະໂນຄົວໄດ້ ອອກບັດປະຈໍາຕົວໃຫ້ປະຊາຊົນ 195 ຄົນ; ສໍາລັບທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ເຮັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບຢ່າງເປັນປົກກະຕິຕໍ່ເນື່ອງ ເອົາ ໃຈໃສ່ຊີ້ນໍາທຸກຂົງເຂດວຽກງານເຮັດສໍາ ເລັດຕາມພາລະບົດບາດຕາມການ ມອບໝາຍຂອງຂັ້ນເທິງ.

ໃນໂອກາດດຽວກັນ, ກອງບັນຊາການ ປກສ ເມືອງຄໍາເກີດ ຍັງໄດ້ເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ຈໍານວນ 15 ສະຫາຍ ຍິງ 1 ສະຫາຍ. ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 9 ສະຫາຍ ຍິງ 1 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ .