ວັນທີ 6 ມິຖຸນາ 2022, ທີ່ຫ້ອງການສຶກສາທິການ ແລະ ກິລາ ເມືອງພະລານໄຊ ແຂວງສະຫວັນນະເຂດ ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ໄດ້ນຳເອົາຕານ່າງລວດຕາໝາກກອກ ໄປມອບໃຫ້ຫ້ອງການສຶກສາທິການ ແລະ ກິລາ ເມືອງພະລານໄຊ ແຂວງສະຫວັນນະເຂດ ລວມມູນຄ່າ 2.000.0000 ກີບ ເພື່ອປະກອບສ່ວນເຂົ້າໃນການອ້ອມຮົ້ວຫ້ອງການສຶກສາທິການ ແລະ ກິລາເມືອງພະລານໄຊ.

ທ່ານ ສີວຽງແກ້ວ ທຳມະວົງ ໄດ້ຕາງໜ້າໃຫ້ ວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນ ມອບຕານ່າງລວດຕາໜາກກອກດັ່ງກ່າວ ແລະ ຕາງ ໜ້າຮັບໂດຍ ທ່ານ ແສງດາວວອນ ສວນອຸໄທ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງພະລານໄຊ ພ້ອມດ້ວຍພະນັກງານຫ້ອງການສຶກ ສາທິການ ແລະ ກິລາເມືອງ ເຂົ້າຮ່ວມ

ທ່ານ ແສງດາວວອນ ສວນອຸໄທ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງພະລານໄຊ ກ່າວສະແດງຄວາມຂອບໃຈມາຍັງວິສາຫະກິດຄຳເຫຼັກຖ່າຍຮູບຕິດເອກະສານນັກຮຽນທີ່ໄດ້ສະຫຼະທຶນຮອນຂອງບໍລິສັດມາມອບຕາໜ່າງອ້ອມຮົ້ວ ເພື່ອປະກອບສ່ວນເຂົ້າໃນການອ້ອມຮົ້ວຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ທີ່ກຳລັງພວກດຳເນີນການກໍ່ສ້າງໃຫ້ບັນລຸຕາມຈຸດປະສົງ. ພ້ອມນັ້ນ, ທ່ານຍັງມອບໃບກຽດຕິຄຸນໃຫ້ແດ່ ວິສາຫະກິດຄຳເຫຼັກທີ່ປະກອບສ່ວນຊຸກຍູກຕາໜ່າງລວດໝາກກອກ ພ້ອມອວຍໄຊໃຫ້ວິສາຫະກິດຄຳເຫຼັກຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດ, ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ, ມີຄວາມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຕົວ ໃຫ້ມີຄວາມຈະເລີນກ້າວຂຶ້ນເລື້ອຍໆ ພ້ອມຫວັງວ່າໂອກາດໜ້າຈະໄດ້ຮັບການອຸປະຖຳຈາກວິສາຫະກິດອີກ.