ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງກັວນ ແຂວງຫົວພັນ ຈັບເປົ້າໝາຍເສບ ແລະ ຄ້າຂາຍຢາເສບຕິດຊື່ ທ້າວ ຈັນດີ ຫຼື ເຢຍພົ້ງ ອາຍຸ 63 ປີ ຢູ່ບ້ານນາ ໜັງ ໄປດໍາເນີນຄະດີ ພ້ອມຂອງກາງຢາບ້າ 100 ກວ່າເມັດ.

ເຈົ້າໜ້າທີ່ ປກສ ເມືອງກັວນ ເປີດເຜີຍວ່າ: ພາຍຫຼັງທີ່ສາມາດຂຶ້ນບັນຊີເປົ້າໝາຍຜູ້ກ່ຽວມາໄດ້ໄລຍະໜຶ່ງ ຈຶ່ງໄດ້ນໍາກໍາລັງລົງຕິດຕາມກວດກາ ຢ່າງລະ ອຽດ ແລະ ມາຮອດວັນທີ 27 ມິຖຸນາ 2022 ເຫັນວ່າ ເປົ້າໝາຍຍັງມີການເຄື່ອນໄຫວເສບ ແລະ ຄ້າຂາຍຢາເສບຕິດ ຈຶ່ງໄດ້ເຂົ້າກັກຕົວ ພ້ອມທັງກວດກາຕາມລະບຽບການ .ໃນນັ້ນ, ໄດ້ ພົບເຫັນຂອງກາງຢາບ້າຈໍານວນ 132 ເມັດຢູ່ໃນກະເປົາຂອງຜູ້ກ່ຽວ.

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງກວັນ ຈຶ່ງຢຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງນຳຕົວຜູ້ກ່ຽວໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.