ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (509) ກະຊວງ ປກສ ຈັດກອງປະຊຸມຄົ້ນຄວ້າປັບປຸງຂໍ້ຕົກລົງ ວ່າດ້ວຍ ການຈົດທະບຽນຄຸ້ມຄອງສຳມະໂນຄົວລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ໃນວັນ 5 ກໍລະກົດ 2022 ເພື່ອເຮັດໃຫ້ຂໍ້ຕົກລົງດັ່ງກ່າວ ມີເນື້ອໃນຄົບຖ້ວນ, ສົມບູນ, ສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ສອດຄ່ອງກັບກົດໝາຍ; ເຊິ່ງເປັນປະທານໂດຍ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຄະນະນິຕິກໍາກົມ ພ້ອມດ້ວຍຫົວໜ້າພະແນກ, ຄະນະພະແນກວິຊາສະເພາະ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າປັບປຸງຫຼາຍດ້ານ ເຊັ່ນ:

  • ປັບປຸງບົດບັນຍັດທົ່ວໄປ, ວຽກງານຈົດທະບຽນ, ຄຸ້ມຄອງສຳມະໂນຄົວລາວ-ຕ່າງດ້າວ, ອອກບັດປະຈຳຕົວ
  • ຮູບແບບ, ເນື້ອໃນປຶ້ມຈົດທະບຽນສຳມະໂນຄົວລາວ-ຕ່າງດ້າວ, ບັດປະຈຳຕົວ
  • ເງື່ອນໄຂ ແລະ ການປະກອບເອກະສານ
  • ຂັ້ນຕອນພິຈາລະນາການຈົດທະບຽນສຳມະໂນຄົວລາວ-ຕ່າງດ້າວ ແລະ ບັດປະຈຳຕົວ
  • ການປ່ຽນແປງສຳມະໂນຄົວລາວ-ຕ່າງດ້າວ, ບັດປະຈຳຕົວ
  • ການແຈ້ງການຍົກຍ້າຍໄປ-ມາ
  • ການໂຈະ ແລະ ການລົບລ້າງສຳມະໂນຄົວລາວ-ຕ່າງດ້າວ ແລະ ບັດປະຈຳຕົວ
  • ຖານຂໍ້ມູນທະບຽນສຳມະໂນຄົວລາວ-ຕ່າງດ້າວ, ບັດປະຈຳຕົວ
  • ຂໍ້ຫ້າມ
  • ການຄຸ້ມຄອງ ແລະ ກວດກາ
  • ຄ່າທຳນຽມ, ຄ່າບໍລິການ, ງົບປະມານ, ຕາປະທັບ
  • ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ສໍາລັບຂໍ້ຕົກລົງວ່າດ້ວຍ ການຈົດທະບຽນຄຸ້ມຄອງສຳມະໂນຄົວລາວ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນຊາດ ປະກອບ ມີ 7 ພາກ, 8 ໝວດ ແລະ 63 ມາດຕາ.