ໜ່ວຍພັກຮາກຖານຫ້ອງການເມືອງ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳວຽກງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພັທ ບຸນແພງ ລໍນີຈັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ, ມີ ຄະນະໜ່ວຍພັກ, ຫົວໜ້າຈຸພັກ ພ້ອມດ້ວຍສະມະຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ວຽນໄຊ ຮົງດາລາ ຄະນະໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນສະເພາະໜ້າ ວ່າ:

ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະໜ່ວຍພັກຮາກຖານຫ້ອງການເມືອງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ, ດ້ານການຈັດຕັ້ງ, ແບບແຜນນຳພາ-ວິທີເຮັດວຽກ ແລະ ການປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກ ຕິດພັນກັບ ການຈັດຕັ້ງເຜີຍແຜ່ແນວທາງ, ແຜນນະໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ນັກຮົບຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ເຊື່ອມຊຶມກຳແໜ້ນຢ່າງເລິກເຊິ່ງ ເຮັດໃຫ້ພະນັກງານຫຼາຍສະຫາຍມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ ແລະ ເປັນເອກະພາບສູງຕໍ່ການນຳພາຂອງຄະນະພັກ, ເຊິ່ງຍາມໃດກໍຢຶດໝັ້ນຕາມ 5 ຫຼັກການ 3 ທິດນຳ ໃນການກໍ່ສ້າງ ແລະ ປັບປຸງພັກຢ່າງຕັ້ງໜ້າ.

ປັດຈຸບັນ, ໜ່ວຍພັກຫ້ອງການເມືອງ ມີສະມາຊິກພັກທັງໝົດ 39 ສະຫາຍ ຍິງ 14 ສະຫາຍ, ໄດ້ສະເໜີມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້າຮຽນກົດລະບຽບພັກ ແລະ ຮຽນສະໜັບສະໜູນໄດ້ 2 ສະຫາຍ, ເປີດຮຽນກົດລະບຽບ ແລະ ສະໜັບສະໜູນໃຫ້ເປົ້າໝາຍທີ່ຈະຂະຫຍາຍເຂົ້າພັກໄດ້ 2 ຄັ້ງ, ມອບ-ຮັບກາປະທັບໃຫ້ຄະນະພັກຮາກຖານ ແລະ ບັນດາໜ່ວຍພັກ ຈຳນວນ 6 ໜ່ວຍ, ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2021 ຈຳນວນ 20 ໜ່ວຍພັກ, ຈັດຕັ້ງໂຄສະນາປາຖະກະຖາມູນເຊື້ອ ແລະ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ 6 ຄັ້ງ, ມີຜູ້ເຂົ້າຮ່ວມຮັບຟັງ 586 ເທື່ອຄົນ, ໂຄສະນາຜົນງານການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບແຂວງ, ເມືອງ ອອກຜ່ານສື່ມວນຊົນໄດ້ 213 ຂ່າວ, ຄັດບົດ 9 ບົດ, ຈັດລາຍການວິທະຍຸ 20 ຄັ້ງ, ຮັບ ແລະ ແຈກຢາຍສື່ສິ່ງພິມຕ່າງໆ 2.680 ສະບັບ, ຕິດປ້າຍຄຳຂັວນ, ປະດັບປະດາ, ຈັດພິທີການຕ່າງໆໄດ້ 26 ຄັ້ງ, ຕິດຕັ້ງເຕັກນິກວີດີໂອທາງໄກໄດ້ 2 ຄັ້ງ ແລະ ວຽກງານອື່ນທີ່ສຳຄັນອີກຈຳນວນໜຶ່ງ.

ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2022, ຄະນະໜ່ວຍພັກຮາກຖານຫ້ອງການເມືອງ ຈະເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ ແລະ ເປັນລະບົບ, ຈະເອົາໃຈໃສ່ໃນການຕິດຕາມມະຫາຊົນ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຫ້າວຫັນ, ມີຜົນງານທີ່ດີເດັ່ນ ແລະ ກ້າວໜ້າໃນໜ້າທີ່ວຽກງານ ເພື່ອເຂົ້າຮຽນລະບຽບພັກ. ພ້ອມນັ້ນ, ກໍຈະເອົາໃຈໃສ່ໃນການຊີ້ນໍາ-ນໍາພາທຸກຂົງເຂດວຽກງານທີ່ຂຶ້ນກັບຢ່າງເຂ້ັມງວດ, ມີແບບແຜນ, ແຜນການທີ່ລະອຽດ, ຊັດເຈນ ເພື່ອປັບປຸງ ແລະ ພັດທະນາວຽກງານວິຊາສເພາະໃຫ້ດີຂຶ້ນ.