ໃນວັນທີ 27 ມິຖຸນາ 2022 ຜ່ານມາ, ໄດ້ເກີດອຸບັດຕິເຫດຢູ່ເສັ້ນທາງ 13 ໃຕ້ ສາມແຍກເຂດບ້ານລຳມະລາດ ເມືອງທ່າແຂກ ແຂວງຄຳມ່ວນ, ຈາກນັ້ນ, ເຈົ້າໜ້າທີ່ ໄດ້ລົງສະຖານທີ່ ແລະ ພົບວ່າມີລົດຕູ້ຕຳລົດຈັກ ເຮັດໃຫ້ມີຄົນເສຍຊິວິດຄາທີ່ 1 ຄົນ. ດັ່ງນັ້ນ, ຈຶ່ງໄດ້ກັກຕົວ ທ້າວ ເຄນໝັ້ນ ອາຍຸ 27 ປີ ຢູ່ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຜູ້ຂັບຂີ່ລົດຕູ້ໝາຍເລກທະບຽນ ກບ 5912 ກຳແພງນະຄອນ ພ້ອມທັງກວດລົດພົບກັນຊາ 100 ກວ່າກິໂລກຼາມ. 

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກ່ອນເກີດເຫດ ທ້າວ ເຄນໝັ້ນ ໄດ້ຂັບລົດຕູ້ອອກຈາກບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລີຄໍາໄຊ ຈະມຸ່ງໜ້າໄປທາງເຊໂນ ແຂວງສະຫວັນນະເຂດ ໂດຍໃຊ້ຄວາມໄວປະມານ 80-90 ກິໂລແມັດຕໍ່ຊົ່ວໂມງ; ພໍຮອດຈຸດເກີດເຫດ ໄດ້ຕໍາກັບລົດຈັກທີ່ກໍາລັງຈະຂ້າມທາງ ເຮັດໃຫ້ ທ້າວ ສາລີ ອາຍຸ 32 ປີ ບ້ານນໍ້າສ້າງ ເມືອງວິລບູລີ ແຂວງສະຫວັນນະເຂດ ເສຍຊີວິດຄາທີ່. ພາຍຫຼັງເກີດເຫດ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ກັກຕົວຜູ້ຂັບຂີ່ລົດໃຫຍ່ ພ້ອມທັງກວດຄົ້ນລົດຕູ້ ໄດ້ພົບເຫັນກັນຊາອັດແທ່ງ ຈຳນວນ 5 ເປົາ, ນ້ຳໜັກ 101 ກິໂລກຼາມ.

ຜ່ານການສອບສວນ ຜູ້ຖືກຫາສາລະພາບ ວ່າ: ຢາເສບຕິດປະເພດກັນຊາອັດແທ່ງຈຳນວນດັ່ງກ່າວ ແມ່ນເປັນຂອງຜູ້ກ່ຽວແທ້; ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ກອງສອບສວນຄະດີອຸບັດຕິເຫດ ແມ່ນໄດ້ມອບສຳນວນ-ສຳເນົາ ພ້ອມຜູ້ຖືກຫາ ແລະ ເຄື່ອງຂອງກາງໃຫ້ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ.