ພິທີມອບ-ຮັບເຮືອ ແລະ ອຸປະກອນກູ້ໄພ ລະຫວ່າງພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງໄຊຍະບູລີ ກັບ ກອງບັນຊາການ ທະຫານແຂວງໄຊຍະບູລີ,ຈັດຂຶ້ນໃນອາທິດຜ່ານມາ, ໂດຍມີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ພັອ ດາວນ້ອຍ ບຸດບົວທອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ຕະຫຼອດຮອດພະນັກງານພະແນກການຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ, ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ໄດ້ຜ່ານບົດບັນທຶກມອບ-ຮັບພາຫະນະ ປະເພດເຮືອ ແລະ ອຸປະກອນກູ້ໄພສຸກເສີນໃຫ້ກອງບັນຊາການທະຫານແຂວງໄຊຍະບູລີ, ເຊິ່ງປະກອບມີ: ເຮືອລົມກູ້ໄພສຸກເສີນ 4 ລໍາ, ເຮືອເຫຼັກກູ້ໄພສຸກເສີນ 2 ລໍາ, ຈັກເຮືອ 3 ເຄື່ອງ, ໄມ້ທໍ່ເຮືອ 2 ອັນ, ໄມ້ພາຍເຮືອ 7 ອັນ, ຕັ່ງເກເກັບມ້ຽນຈັກເຮືອ 3 ອັນ, ເສື້ອຊູຊີບ 23 ຜືນ ແລະ ຖັງນ້ຳມັນເຮືອຈັກ 3 ຖັງ ເພື່ອນໍາໃຊ້ເຂົ້າໃນວຽກງານກູ້ໄພສຸກເສີນຮັບປະກັນໃນການ ປະຕິບັດໜ້າທີ່ວຽກງານທັນກັບສະພາບການທີ່ອາດຈະເກີດຂຶ້ນ ກ່າວມອບໂດຍ ທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ກ່າວຮັບໂດຍ ພັອ ໄວຍາກອນ ເພັດສະລາດ ຫົວ ໜ້າຫ້ອງເສນາທິການກອງບັນຊາການທະຫານແຂວງ.

ໃນໂອກາດດັ່ງກ່າວ, ພັອ ໄວຍາກອນ ເພັດສະລາດ ໄດ້ກ່າວສະແດງຄວາມຂອບໃຈ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກໍຄື: ການນຳຂອງແຂວງໄຊຍະບູລີ ທີ່ໄດ້ເປັນຫ່ວງເປັນໄຍ, ໃຫ້ການຊ່ວຍເຫຼືອ ແລະ ເຫັນໄດ້ເຖິງຄວາມສໍາຄັນຈໍາເປັນຂອງວຽກງານກູ້ໄພສຸກເສີນຂອງກອງບັນ ຊາການທະຫານແຂວງໄຊຍະບູລີ ກໍຄືປະຊາຊົນໃນທົ່ວແຂວງໄຊຍະບູລີ ພ້ອມທັງໃຫ້ສັນຍາວ່າ ຈະນຳໃຊ້ວັດຖຸອຸປະກອນ ດັ່ງກ່າວເຂົ້າໃນວຽກງານໃຫ້ໄດ້ຮັບຜົນດີ ແລະ ຈະປົກປັກຮັກສາເຄື່ອງດັ່ງກ່າວໃຫ້ນຳໃຊ້ໄດ້ຍາວນານ.