ກອງປະຊຸມສະຫຼຸບບັ້ນລົງຝຶກຫັດນັກສຶກ ສາຮຸ່ນທີ III ຂອງໂຮງຮຽນປ້ອງກັນຄວາມສະຫງົບ ຊັ້ນສູງເລກ IV ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ຢູ່ສະໂມສອນຂອງກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື, ເປັນປະທານໂດຍ ພັທ ສັກສິດ ສີພັນ ດວງ ຮອງກອງບັນຊາການ ປກສ ແຂວງອັດຕະປື ຫົວໜ້າຫ້ອງການເມືອງ, ພັທ ຄຳຄ່ອງ ແກ້ວມະນີ ຮອງອຳນວຍການໂຮງຮຽນປ້ອງກັນຄວາມສະຫງົບ ຊັ້ນສູງເລກ IV ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ, ມີຄະນະນຳນັກສຶກສາລົງຝຶກງານ, ພະນັກງານທີ່ກ່ຽວຂ້ອງ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ພັຕ ຄຳເສົາ ແກ້ວບົວທອງ ຕ່າງໜ້າຄະນະນຳນັກສຶກສາລົງຝືກງານໄດ້ຜ່ານບົດສະຫຼຸບຕີລາຄາດ້ານດີ-ດ້ານອ່ອນ ພ້ອມບົດຮຽນທີ່ຖອດຖອນໄດ້ ໃນໄລຍະການປະຕິບັດໜ້າທີ່ຕະຫຼອດ II ເດືອນຜ່ານມາ, ນັກສຶກສາແຕ່ລະສະຫາຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ ປະຕິ ບັດທຸກມະຕິ, ຄຳສັ່ງຂອງຂັ້ນເທິງວາງອອກໃນແຕ່ລະໄລຍະມີຄວາມສາມັກຄີກັບພະນັກງານພາຍໃນກົມກອງທີ່ຕົນເອງອາໄສຢູ່ຊ່ວຍເຫຼືອເຊິ່ງກັນແລະກັນ ຮູ້ຮັກແພງຊ່ວຍເຫຼືອພໍ່ແມ່ປະຊາຊົນ, ເຄົາລົບການຈັດຕັ້ງທຸກຂັ້ນໃນການລົງຝືກຫັດໃນຄັ້ງນີ້ ນັກສຶກສາແຕ່ລະສະຫາຍມີຄວາມຈູບຈ້າວຫ້າວຫັນຊອກຮູ້ບົດຮຽນ ແລະ ຊີວິດຕົວຈິງ ໂດຍອີງໃສ່ຟື້ນຖານ ແລະ ທິດສະດີທີ່ໄດ້ຮໍ່າຮຽນມາປະຕິບັດລະບຽບວິໄນຂອງກົມກອງວາງອອກໄດ້ຢ່າງເຂັ້ມງວດ, ສະແດງອອກໃນການປະເມີນຕີລາຄາຈັດປະເພດ ຄື: ປະເພດດີເດັ່ນ ມີ 23 ສະຫາຍ ຍິງ 2 ສະຫາຍ, ຄະ ແນນຝືກຫັດ ຄະແນນ 8 ຂຶ້ນໄປ ມີ 20 ສະຫາຍ ຍິງ 2 ສະຫາຍ.

ພັທ ສັກສິດ ສີພັນດວງ ໄດ້ເນັ້ນໃຫ້ນັກສຶກສາທີ່ລົງຝຶກຫັດຈົ່ງນຳເອົາບົດຮຽນ ແລະ ທິດສະດີຂອງ ແຕ່ລະສະຫາຍທີ່ໄດ້ຮ່ຳຮຽນມາ ແລະ ປະສົບການ ນໍາໄປໝູນໃຊ້ເຂົ້າໃນໜ້າທີ່ວິຊາສະເພາະຢູ່ບັນດາກົມກອງທ້ອງຖິ່ນທີ່ຕົນສັງກັດ, ເປັນແບບຢ່າງທີ່ດີໃນການຮັກສາທັດສະນະ, ຄຸນສົມບັດສິນທຳປະຕິ ວັດ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງອົງການຈັດຕັ້ງພັກ-ລັດ ມອບໝາຍໃຫ້.