ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈຳປາສັກ ຈັດກອງປະຊຸມການຈັດຕັ້ງປະຕິບັດວຽກງານພັກ-ວຽກງານພະນັກງານ ໃນໄລຍະ 5 ປີ ( 2016-2020 ) ແລະ ທິດທາງແຜນການ 5 ປີ (2021-2022), ໂດຍມີ ສະຫາຍ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ ເລຂາພັກ ນະຄອນປາກເຊ ມີສະຫາຍ ພັທ ວິຊຽນ ດວງຄຳ ຄະນະປະຈຳພັກກອງບັນຊາການ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຄະນະພັກ-ຄະນະບັນຊາ, ຄະນະໜ່ວຍພັກ, ແຂກຮັບເຊີນ ຕະຫຼອດຮອດສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ຄຳຜອງ ສິງສັກເມືອງ ຄະນະປະຈຳພັກນະຄອນ ຫົວໜ້າກອງບັນຊາການ ປກສ ນະ ຄອນປາກເຊ ໄດ້ກ່າວວ່າ: ໃນໄລຍະຜ່ານມາ, ຄະນະ ພັກ, ຄະນະກອງບັນຊາການ ປກສ ນະຄອນປາກເຊ ໄດ້ສຸມໃສ່ປັບປຸງກໍ່ສ້າງພັກຕາມ5 ຫຼັກການ3 ທິດຊີ້ນຳຂອງພັກ, ຖືເອົາວຽກງານທາງດ້ານການເມືອງນຳ ພາ-ແນວຄິດເປັນກົກ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງພັກແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ, ຖືກ ຕ້ອງຕາມຫຼັກການຂອງພັກ ແລະ ລະ ບອບບັນຊາຫົວໜ້າດຽວໃນກຳລັງປ້ອງກັນຄວາມສະຫງົບ, ປັບ ປຸງພາລະບົດບາດ, ຮາກຖານພັກໃຫ້ສອດຄ່ອງກັບສະພາບຕົວຈິງ ໄດ້ຮັບການປັບປຸງທາງດ້ານຈຳນວນ ແລະ ຄຸນນະພາບ, ນອກນັ້ນ ຍັງໄດ້ສຸມໃສ່ວຽກງານກໍ່ສ້າງກຳລັງ, ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະໃນໄລຍະສັ້ນ ແລະ ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ; ໃນໂອກາດດຽວກັນ ຜູ້ແທນກອງປະຊຸມ ຍັງໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ວາງທິດທາງແຜນການ ເພື່ອໃຫ້ມີເນື້ອໃນສົມບູນ ແລະ ພ້ອມກັນສຸມໃສ່ແກ້ໄຂການຈັດຕັ້ງປະຕິບັດວຽກງານພັກ-ພະນັກ ງານດ້ານອ່ອນ, ຂໍ້ຄົງຄ້າງໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ.

ໃນກອງປະຊຸມ, ສະຫາຍ ບົວລີ ເພັດສົງຄາມ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງນຳພາ-ແນວຄິດ ໃຫ້ພະນັກງານ-ນັກຮົບ, ຍຶດໝັ້ນປະຕິບັດລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍພາຍໃນຄະນະພັກ, ປຶກສາຫາລືຕົກລົງບັນຫາສຳຄັນເປັນໝູ່ຄະນະ ເພື່ອກຳນົດມະຕິ, ກົນໄກປະສານງານລະຫວ່າງການນໍາພາຊີ້ນຳຂອງຄະນະ ພັກຂັ້ນເທິງ, ປັບປຸງລະບອບແບບແຜນວິທີເຮັດວຽກໃຫ້ທັນສະໄໝເທື່ອລະກ້າວ, ເອົາໃຈໃສ່ສືບຕໍ່ສ້າງແຜນກຳນົດພະນັກງານສືບທອດປ່ຽນແທນ ດ້ວຍການສົ່ງພະນັກງານໄປຍົກລະດັບຄວາມຮູ້, ຄວາມສາມາດ ເພື່ອບັນຈຸສັບຊ້ອນເຂົ້າຕຳແໜ່ງງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງ ຮັບປະກັນເຮັດໃຫ້ຮາກຖານດັ່ງກ່າວໄດ້ຮັບຄຸນນະພາບດີຂຶ້ນ.