ວັນທີ 7 ພະຈິກ 2022, ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດິນກ່າ ອາສທານ່າ ວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດອິນເດຍ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທັງສອງຝ່າຍໄດ້ປຶກສາຫາລືການຮ່ວມມືກັນໃນຫຼາຍວຽກງານ ເປັນຕົ້ນແມ່ນກ່ຽວກັບບັນຫາອາຊະຍາກຳການຄ້າມະນຸດຂ້າມຊາດ, ຢາເສບຕິດ, ວຽກງານຍົກລະດັບວິຊາສະເພາະກຳລັງປ້ອງກັນຄວາມສະຫງົບ ແລະ ບັນຫາສຳຄັນອື່ນໆ.

ໃນໂອກາດັ່ງກ່າວ, ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ຍັງໄດ້ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ພ້ອມທັງອວຍພອນໃຫ້ທ່ານເອກອັກຄະລັດຖະທູດອິນເດຍ ທີ່ມາປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ ຈົ່ງປະສົບຜົນສຳເລັດອັນມີກຽດທີ່ພັກ-ລັດຖະ ບານ ມອບໝາຍໃຫ້.

ພ້ອມນີ້, ດິນກ່າອາສທານ່າ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສາທາລະນະລັດອິນເດຍ ປະຈຳ ສປປ ລາວ ຍັງໄດ້ສະແດງຄວາມຂອບໃຈຕໍ່ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຈະສືບຕໍ່ສາຍພົວພັນການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສອງປະເທດລາວ-ອິນເດຍ ເວົ້າລວມ ເວົ້າສະເພາະວຽກງານຮັກສາຄວາມສະຫງົບ ລາວ-ອິນເດຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ໃນວັນດຽວກັນ, ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ດີນາ ຈອຍ ອາມາຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຟີລິບປິນ ປະຈຳ ສປປ ລາວ ພ້ອມຄະນະ.

ໃນໂອກາດດັ່ງກ່າວ, ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ສະແດງຄວາມຕ້ອນຮັບຢ່າງອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ລາວ-ຟີລິບປິນ, ຟີລິບປິນ-ລາວ ໃນໄລຍະຜ່ານມາ; ເຊິ່ງປັດຈຸບັນ, ພັກ ແລະ ລັດຖະບານ ສປປ ລາວ ພວມສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງເປັນຮູບປະທຳ ເພື່ອເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງໃນຕໍ່ໜ້າ.