ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ມອບເງິນນະໂຍບາຍພັກການຮັບອຸດໜູນບໍານານ ໃຫ້ນາຍຕໍາຫຼວດ ໃນວັນທີ 3 ພະຈິກ 2022, ເຂົ້າຮ່ວມ ແລະ ມອບເງິນໂດຍ ພັທ ໄພວັນ ລາດສະດາບຸດ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີ ພັທ ໂອລົດ ນວນບຸດດີ ຫົວໜ້າພະແນກນະໂຍບາຍ-ປະກັນສັງຄົມ, ມີຕາງໜ້າຄະນະພັກ-ຄະນະກອງບັນຊາການ ປກສ ແຂວງບໍລິຄຳໄຊ, ນາຍຕໍາຫຼວດຜູ້ທີ່ຮອດອາຍຸກະສຽນພັກການຮັບອຸດໜູນບໍານານ, ພະນັກງານຜູ້ຮັບນະໂຍບາຍພັກການຮັບອຸດໜູນບໍານານ ເຂົ້າຮ່ວມ.

ພັທ ໂອລົດ ນວນບຸດດີ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດພັກການຮັບອຸດໜູນບໍານານ; ໃນນີ້, ໄດ້ຕົກລົງອະນຸມັດໃຫ້ ພັທ ນາງ ບົວໄຂ ພິມມະສານ ໜ້າທີ່ຮັບຜິດຊອບຮອງຫົວໜ້າພະແນກ, ສັງກັດຢູ່ຫ້ອງພະລາທິການ ປກສ ແຂວງບໍລິຄໍາໄຊ ພັກການຮັບອຸດໜູນບໍານານ ເລີ່ມແຕ່ເດືອນມັງກອນ ປີ 2023 ເປັນຕົ້ນໄປ, ເຊິ່ງໄດ້ຕົກລົງມອບເງິນອຸດໜູນນະໂຍບາຍກ່ອນພັກບໍານານ ໃຫ້ຜູ້ກ່ຽວຈໍານວນ 12.482.505 ກີບ ແລະ ແຕ່ລະເດືອນຜູ້ກ່ຽວ ຍັງຈະໄດ້ຮັບເງິນນະໂຍບາຍອຸດໜູນບໍານານເດືອນລະ 2.510.493 ກີບ.

ພັທ ໄພວັນ ລາດສະດາບຸດ ກ່າວວ່າ: ການມອບນະໂຍບາຍໃຫ້ແກ່ນາຍຕໍາຫຼວດທີ່ຮອດອາຍຸກະສຽນພັກການຮັບອຸດໜູນບໍານານໃນຄັ້ງນີ້ ແມ່ນເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ຂັ້ນເທິງທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດໃນກໍາລັງປ້ອງກັນຄວາມສະຫງົບ, ທັງເປັນການສະແດງເຖິງຄວາມຮູ້ບຸນຄຸນຕໍ່ນາຍຕໍາຫຼວດ ຜູ້ທີ່ຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຕະຫຼອດໄລຍະຜ່ານມາ.