ກອງບັນຊາການ ປກສ ນະຄອນປາກເຊ ແຂວງຈໍາປາສັກ ໄດ້ປິດຊຸດຝືກອົບຮົມຫັດແອບວິຊາງົດງາມ ໃນວັນທີ 4 ພະຈິກ 2022, ເປັນປະທານໂດຍ ພັທ ຄຳສິງ ພົນສະຫວັດ ຮອງຫົວໜ້າກອງບັນຊາການ ປກສ ນະຄອນປາກເຊ, ມີນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັທ ວິລະສິດ ສຸນາແກ້ວວົງສາ ຮອງຫົວໜ້າພະແນກການເມືອງ ກ່າວວ່າ:

ຊຸດຝືກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບມີຄວາມເຕີບໃຫ່ຍ, ເຂັ້ມແຂງທາງດ້ານວິຊາສະເພາະ, ມີລະບຽບວິໄນເຂັ້ມງວດ, ກາຍເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ, ປັບປຸງ ແລະ ກໍ່ສ້າງກຳລັງໃຫ້ມີແບບແຜນທັນສະໄໝ, ນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈີິງໃຫ້ມີຄວາມເປັນເອກະພາບກັນ ແລະ ມີຜົນສຳເລັດຕາມການມອບໝາຍ.

ຊຸດຝຶກອົບຮົມ ໃຊ້ເວລາໃນການຫັດແອບ 5 ວັນ, ໄດ້ຮຽນຮູ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ມີຄູຝືກ 5 ສະຫາຍ, ມີຈຳນວນພົນເຂົ້າຮ່ວມຝຶກອົບຮົມ 300 ສະຫາຍ ຍິງ 42 ສະຫາຍ, ໄດ້ແບ່ງຄວາມຮັບຜິດຊອບອອກເປັນ 2 ກອງຮ້ອຍ, ມີ 22 ໝູ່, ໄດ້ຮຽນ ແລະ ຫັດແອບມວຍ 16 ຈັງຫວະມືເປົ່າ, ຫັດແອບຢ່ຳເທົ້າ, ໜ້າເດີນ, ຫັດແອບລະບອບການເຄົາລົບ, ຫັດແອບການວາງພວງມາລາ ແລະ ຫັດແອບພິທີການງານປະນະກິດສົບ.