ໃນວັນທີ 7 ພະຈິກ 2022, ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫະຊົນ ຜູ້ໃຫ້ບໍລິການເຊົ່າສິນເຊື່ອ ໃຫ້ບໍລິການສິນເຊື່ອລົດຈັກ ໄດ້ລົງນາມການຮ່ວມມືທາງທຸລະກິດເຊົ່າສິນເຊື່ອຜ່ອນຊື້ຄໍາ ຮ່ວມກັບ ຮ້ານຄໍາພູວົງ ຜູ້ປະກອບການຮ້ານຄໍາລາຍໃຫຍ່ ໃນ ສປປ ລາວ, ລົງນາມໂດຍ ທ່ານ ທີຣະ ຊຸຕິວະຣາພອນ ປະທານສະພາບໍລິຫານ ບໍລິສັດ ມະຫະທຶນ ເຊົ່າສິນເຊື່ອ ມະຫາຊົນ ແລະ ທ່ານ ຈັນທະວົງ ພະມີສິດ ຜູ້ອໍານວຍການຮ້ານຄໍາພູວົງ, ໂດຍມີ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການຕະຫຼາດລັກຊັບລາວ ແລະ ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທີຣະ ຊຸຕິວະຣາພອນ ໄດ້ກ່າວເຖິງຈຸດປະສົງໃນການຮ່ວມມືທາງທຸລະກິດເຊົ່າສິນເຊື່ອຜ່ອນຊື້ຄໍາ ລະຫວ່າງ ມະຫະທຶນ ເຊົ່າສິນເຊື່ອ ແລະ ຮ້ານຄໍາພູວົງ ໃນຄັ້ງນີ້ວ່າ:

ຈະເປັນການເພີ່ມຄວາມສາມາດໃນການເຂົ້າເຖິງສິນຊັບຄໍາ ເຊິ່ງເປັນທີ່ນິຍົມຂອງປະຊາຊົນໃນການສວມໃສ່ຄໍາເປັນເຄື່ອງປະດັບ ແລະ ການສະສົມຄໍາເພື່ອຄວາມໝັ້ນຄົງໃນອະນາຄົດ ໂດຍຈະມີການນໍາເອົາລະບົບອອນລາຍທີ່ຊ່ວຍໃຫ້ຂໍ້ມູນການປະເມີນສິນເຊື່ອຂອງລູກຄ້າຖືກຕ້ອງ ແລະ ໄວທີ່ສຸດ, ເຮັດໃຫ້ລູກຄ້າຮູ້ຜົນການພິຈາລະນາສິນເຊື່ອໄດ້ໄວພາຍໃນ 1:30 ຊົ່ວໂມງ.

ຈາກປະສົບການດໍາເນີນງານດ້ານສິນເຊື່ອຜ່ອນຊື້ມາຢ່າງຍາວນານ ເຮັດໃຫ້ “ມະຫະທຶນ” ມີຄວາມພ້ອມໃນດ້ານການປະເມີນວົງເງິນສິນເຊື່ອໃຫ້ກັບລູກຄ້າໄດ້ທຸກກຸ່ມ ທັງກຸ່ມລູກຄ້າທີ່ມີລາຍໄດ້ປະຈໍາ ແລະ ກຸ່ມອາຊີບອິດສະຫຼະຕ່າງໆໄດ້ຢ່າງທົ່ວເຖິງ ໂດຍສະເພາະກຸ່ມອາຊີບອິດສະຫຼະທີ່ຕ້ອງໄດ້ໃຊ້ຄວາມສາມາດ ແລະ ປະສົບການໃນການພິຈາລະນາສິນເຊື່ອໃຫ້ສອດຄ່ອງກັບຄວາມສ່ຽງຂອງລູກຄ້າ.

ພ້ອມນີ້, ທ່ານ ຈັນທະວົງ ພະມີສິດ ຜູ້ອໍານວຍການຮ້ານຄໍາພູວົງ ໄດ້ກ່າວຕື່ມອີກວ່າ:

ຈາກການໃຫ້ບໍລິການ ແລະ ດໍາເນີນທຸລະກິດດ້ານຄໍາມາຢ່າງຍາວນານຫຼາຍກວ່າ 36 ປີ ຂອງ “ຮ້ານຄໍາພູວົງ” ຈົນກາຍເປັນຮ້ານຄໍາອັນດັບ 1 ໃນປະເທດລາວ ທີ່ປະຊົນໃຫ້ຄວາມເຊື່ອໝັ້ນ, ຈາກຮ້ານ 1 ສາຂາ ມາເປັນ 7 ສາຂາ ແລະ ຮ້ານພາດເນີອີກ 70 ກວ່າຮ້ານ, ໃນປັດຈຸບັນ ພວກເຮົາມີຄວາມໝັ້ນໃຈວ່າຈະສາມາດໃຫ້ບໍລິການຜ່ອນຊື້ຄໍາ ຮ່ວມກັບ ມະຫະທຶນ ໄດ້ຢ່າງສົມບູນ.

ສໍາຫຼັບການພິຈາລະນາສິນເຊື່ອ ຈະປະເມີນຈາກຂໍ້ມູນລາຍໄດ້ ແລະ ຂໍ້ມູນເຄຼດິດຂອງລູກຄ້າແຕ່ລະທ່ານ ລວມທັງຈະມີການພິຈາລະນາປະເມີນຮ່ວມກັນລະຫວ່າງວົງເງິນສິນເຊື່ອ ແລະ ຄວາມສາມາດໃນການຜ່ອນຕໍ່ເດືອນ ໂດຍລູກຄ້າທີ່ຂໍຮັບສິນເຊື່ອຄໍາ ຕ້ອງວາງເງິນຜ່ອນ 10-30% ຕາມຄຸນສົມບັດຂອງລູກຄ້າ, ໄລຍະເວລາໃນການຜ່ອນຄໍາ ຕັ້ງແຕ່ 6-18 ເດືອນ ຕາມຂໍ້ມູນສິນເຊື່ອຂອງລູກຄ້າ ແລະ ໄລຍະເວລາໃນການຜ່ອນຄໍາ, ໂດຍລູກຄ້າສາມາດຮັບບໍລິການເຊົ່າສິນເຊື່ອໄດ້ທີ່ຮ້ານຄໍາພູວົງ 4 ສາຂາ ຄື: ສາຂາຕະຫຼາດເຊົ້າ, ສາຂາວັງທອງ, ສາຂາໄອເຕັກ ແລະ ສາຂາວຽງຈັນເຊັນເຕີ.