ໃນວັນທີ 7 ພະຈິກ 2022, ທີ່ກະຊວງປ້ອງກັນຄວາມສະຫງົບ, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ພ້ອມຄະນະ ໄດ້ຕ້ອນຮັບ ພົຈວ ເຈິ່ນ ວັນ ແຢງ ຮອງຫົວໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນຕໍ່ ພົຈວ ເຈິ່ນ ວັນ ແຢງ ຮອງຫົວ ໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງ ປກສ ສສ ຫວຽດນາມ ພ້ອມດ້ວຍຄະນະທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກ່ຽວກັບວຽກງານການຮ່ວມມືລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະຫງົບຫວຽດນາມ.

ພົຈວ ເຈິ່ນ ວັນ ແຢງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະ ພາບ ພ້ອມທັງກ່າວຈຸດປະສົງໃນການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ກໍເພື່ອເປັນການສືບຕໍ່ປະຕິບັດຕາມທິດຊີ້ນຳຂອງບົດບັນທຶກຮ່ວມມືຂອງສອງການນຳກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ. ພ້ອມທັງລາຍງານແຈ້ງສະພາບການຈັດຕັ້ງປະຕິບັດວຽກງານຮ່ວມມືຕິດຕາມເປົ້າໝາຍຢາເສບຕິດແຕ່ລະໄລຍະ ເພື່ອທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານການຮ່ວມມືລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືລະຫວ່າງກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບ ກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນໄລຍະຜ່ານມາ ພ້ອມທັງຮ່ວມກັນຄົ້ນຄວ້າ, ປຶກສາຫາລືກ່ຽວກັບການແຕ່ງຕັ້ງຄະນະຮັບຜິດຊອບວຽກງານປາບປາມຢາເສບຕິດຕາມບົດບັນທຶກຮ່ວມມືຂອງສອງການນຳກະຊວງປ້ອງກັນຄວາມສະຫງົບລາວ-ຫວຽດນາມ ແລະ ເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບ ລາວ-ຫວຽດນາມ ໃຫ້ໝັ້ນຄົງຂຶ້ນໄປເລື້ອຍໆ.