ກອງປະຊຸມສ່ອງແສງລາຍງານຄວາມພ້ອມຂອງນັກກິລາ ກະຊວງ ປກສ ທີ່ຈະເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ໃນເດືອນທັນວາ 2022, ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2022 ເປັນປະທານໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງ ປກສ ໂດຍມີບັນດາຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກໍາມະການ, ຄູຝຶກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ບັນດາຫົວໜ້າຄູຝຶກນັກກິລາປະເພດຕ່າງໆໄດ້ຜັດປ່ຽນກັນລາຍງານຄວາມພ້ອມນັບແຕ່ມື້ເຂົ້າສູນຝຶກຊ້ອມ ຈົນຮອດປັດຈຸບັນ, ນັກກິລາແຕ່ລະປະເພດກິລາ ແມ່ນໄດ້ເອົາໃຈຝຶກຊ້ອມຢ່າງເປັນປົກກະຕິ ໂດຍລວມແລ້ວມາຮອດປັດຈຸບັນນີ້ ແມ່ນມີຄວາມພ້ອມທີ່ຈະເຂົ້າຮ່ວມການແຂ່ງຂັນງານມະຫາກຳກິລາແຫ່ງຊາດຄັ້ງນີ້, ນັກກິລາກະ ຊວງ ປກສ ສົ່ງເຂົ້າຮ່ວມແຂ່ງຂັນງານໃນຄັ້ງນີ້ປະກອບມີ 11 ປະເພດກິລາ ຄື: ກິລາກະຕໍ້, ກິລາເປຕັງ, ກິລາແລ່ນ-ລານ, ກິລາເທຄວັນໂດ, ກິລາມວຍລາວ, ກິລາມວຍສາກົນ, ກິລາມວຍປັນຈັກສີລັດ, ກິລາມວຍປ້ຳ, ກິລາກ໋ອບ, ກິລາຍິງປືນ ແລະ ກິລາຍິງທະນູ ແລະ ທຸກປະເພດກິລາແມ່ນວາງເປົ້າໄດ້ຫຼຽນກັບມາ.

ຈາກນັ້ນ, ໃນກອງປະຊຸມ ພົຈວ ຄໍາສາຍ ຈັນທະວົງ ກໍໄດ້ມີທິດຊີ້ນໍາໂດຍເນັ້ນໜັກໃຫ້ຄູຝຶກ ແລະ ນັກກິລາປະເພດຕ່າງໆ ຈົ່ງເອົາໃຈໃສ່ຝຶກຊ້ອມ, ແບ່ງເວລາ ແລະ ຈັດຕາຕະລາງຝຶກຊ້ອມຢ່າງເປັນລະບົບ ແນໃສ່ໃຫ້ເຫັນຈຸດເດັ່ນ ແລະ ຈຸດອ່ອນຂອງນັກກິລາ ເພື່ອປັບປຸງແບບແຜນການຫຼິ້ນ, ເມື່ອ ລົງແຂ່ງຂັນຕົວຈິງຕ້ອງນໍາໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອຍາດເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ນໍາຫຼຽນລາງວັນກັບມາ.