ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປະກາດນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ໃນວັນທີ 6 ກໍລະກົດ 2022, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບອຸດໜູນບຳນານ ເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ຈຳນວນ 8 ສະຫາຍ ດັ່ງນີ້:
- ພັທ ນາງ ມົນທາ ວັນນາ ສັງກັດຫ້ອງການກົມໃຫຍ່
- ພັທ ນາງ ຄຳຫວັນ ຈັນທະວົງ ສັງກັດຫ້ອງການເມືອງ
- ພັທ ນາງ ວັນຄຳ ນໍລິນທາ

+ ສັງກັດໂຮງຮຽນວັດທະນະທຳ ຫຼັກ 67 ມີ:
- ພັທ ນາງ ບຸນຍ້ວຍ ພັນທະວົງ
- ພັຕ ນາງ ກີ່ງແກ້ວ ຫຼວງລາດ
- ພັຕ ນາງ ໃຈເພັດ ໄຊຍະລາດ
- ພັຕ ນາງ ສົມບູນ ທິບພະວົງ
- ພັຕ ນາງ ຄຳຜິວ ລິດປັນຍາ

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນດາສະຫາຍຍາດມາໄດ້ ຕະຫຼອດໄລຍະການປະກອບສ່ວນໃນວຽກງານປ້ອງກັນຄວາມສະຫງົບ ພ້ອມທັງສືບຕໍ່ປະກອບສ່ວນໃນວຽກງານປ້ອງກັນຄວາມສະຫົງບ ກັບບັນດາກົມກອງ ກໍຄື ຢູ່ຮາກຖານບ້ານ ແລະ ສຶກສາອົບຮົມລູກຫຼານ ໃຫ້ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເປັນແບບຢ່າງທີ່ດີໃຫ້ປະຊາຊົນພາຍໃນບ້ານ ເພື່ອພ້ອມກັນພັດທະນາຮາກຖານບ້ານໃຫ້ມີການພັດທະນາດີຂຶ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.