ຄະນະກໍາມະການອະໄພຍະໂທດລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາສະເໜີຂໍໃຫ້ອະໄພຍະໂທດ ປະຈໍາປີ 2022 ໃນວັນທີ 9 ພະຈິກ 2022 ທີ່ກະຊວງ ປກສ ເພື່ອເປັນການປະຕິບັດນະໂຍບາຍດ້ານມະນຸດສະທໍາຂອງພັກ-ລັດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າພິຈາລະນາອະໄພຍະໂທດໃຫ້ນັກໂທດ ປະຈໍາປີ 2022 ຖືກຕ້ອງຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດທີ່ໄດ້ກໍານົດໄວ້, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ທັງເປັນປະທານຄະນະກໍາມະການອະໄພຍະໂທດລະດັບຊາດ, ມີຮອງປະທານ, ຄະນະກໍາມະການ ແລະ ຄະນະກອງເລຂາຄະນະກໍາມະການອະໄພຍະໂທດລະດັບຊາດ ເຂົ້າ ຮ່ວມ.

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທັງເປັນຮອງປະທານຄະນະກໍາມະການອະໄພຍະໂທດລະດັບຊາດ ຜູ້ປະຈໍາການ ໄດ້ຜ່ານຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 82/ນຍ, ລົງວັນທີ 29 ສິງຫາ 2022 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການອະໄພຍະໂທດລະດັບຊາດ. ຈາກນັ້ນ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ທັງເປັນຫົວໜ້າກອງເລຂາຄະນະກໍາມະການອະໄພ ຍະໂທດລະດັບຊາດຜ່ານບົດລາຍງານການຄົ້ນຄວ້າອະໄພຍະໂທດ ປະຈໍາປີ 2022 ແລະ ອະໄພຍະໂທດໃຫ້ແກ່ນັກໂທດປະຫານຊີວິດ. ຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນການຈັດຕັ້ງປະຕິ ບັດຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນຕາມນິຕິກໍາທີ່ກ່ຽວຂ້ອງກໍານົດໄວ້ ເພື່ອນໍາສະເໜີຫາປະທານປະເທດໃຫ້ການອະໄພຍະໂທດ ປະຈໍາປີ 2022 ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ ທີ່ຈະມາຮອດ.

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ຄະນະກໍາມະການອະໄພຍະໂທດທຸກຂັ້ນຕະຫຼອດຮອດກອງເລຂາຄະນະກໍາມະການອະໄພຍະໂທດ ທີ່ໄດ້ມີຄວາມຮັບຜິດຊອບສູງໃນການປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດທີ່ມີຕໍ່ນັກໂທດທີ່ມີແນວຄິດປ່ຽນແປງຕົນເອງໃຫ້ກາຍເປັນພົນລະເມືອງດີ ເມື່ອພົ້ນໂທດອອກໄປ; ນອກນີ້, ທ່ານຍັງໄດ້ເນັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດ ຊອບ ແລະ ເອົາໃຈໃສ່ບາງບັນຫາທີ່ສໍາຄັນ ຄື: ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງກົດໝາຍ, ລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບ ຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດຜູ້ທີ່ປະພຶດຕົວດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ.