ໃນວັນທີ 7 ພະຈິກ 2022, ກົມສື່ມວນຊົນ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເຄື່ອນໄຫວເຮັດວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍ່ແກ້ວ, ເຊິ່ງນໍາພາໂດຍ ພັອ ພອນພິລຸນ ປັນຍາສິລິ ຮອງຫົວໜ້າກົມສື່ມວນຊົນ ປກສ ພ້ອມດ້ວຍຄະນະ, ໃຫ້ກຽດຕ້ອນຮັບໂດຍ ພັອ ຈັນທະລາ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ພັອ ພອນພິລຸນ ປັນຍາສິລິ ໄດ້ລາຍງານຕໍ່ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ວ່າ: ກ່ຽວກັບການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້ ກໍເພື່ອລົງເກັບກໍາຂໍ້ມູນຜົນງານການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງບໍ່ແກ້ວ ເພື່ອນໍາມາໂຄສະນາເຜີຍແຜ່ທາງລາຍການໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ອອນລາຍຂອງກະຊວງ ປກສ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ. ນອກນັ້ນ, ຍັງເປັນການຕິດຕາມການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງແຂວງໃຫ້ບັນລຸຕາມຈຸດປະສົງ, ຄາດ ໝາຍ ແລະ ກໍານົດເວລາ ທັງຮັບປະກັນດ້ານເນື້ອໃນຄົບຖ້ວນ, ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ ໂດຍເຄື່ອນໄຫວໄປຕາມ 3 ຫຼັກ ການ ຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ.

ພ້ອມນີ້, ພັອ ຈັນທະລາ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານສະພາບຈຸດພິເສດ, ສັງຄົມ, ບັນດາປະກົດການຫຍໍ້ທໍ້ ແລະ ສະພາບການອື່ນໆ ພາຍໃນແຂວງບໍ່ແກ້ວ ພ້ອມທັງອວຍພອນໃຫ້ທີມງານຈາກກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ຈົ່ງປະສົບຜົນສໍາເລັດໃນການມາເຄື່ອນໄຫວວຽກງານໃນຄັ້ງນີ້.

ນອກຈາກນີ້, ທີມງານກົມສື່ມວນຊົນ ປກສ ຍັງໄດ້ພົບປະແລກປ່ຽນບົດຮຽນກັບຫ້ອງການເມືອງກອງບັນຊາການ ປກສ ແຂວງບໍ່ແກ້ວ ຕື່ມອີກ.