ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຮ່ວມກັບເອກອັກຄະລັດຖະທູດ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການສະຫະປະຊາ ຊາດ ເພື່ອຄວບຄຸມຢາເສບຕິດ ແລະ ຕ້ານອາຊະຍາກໍາ ປະຈໍາ ສປປ ລາວ ຈັດກອງປະຊຸມລະດັບສູງຂອງຂະແໜງການຄວບຄຸມຢາເສບຕິດ ຄັ້ງທີ XVII ປະຈໍາປີ 2022 ໃນວັນທີ 10 ພະຈິກ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ພົນຕີ ຄໍາກິ່ງ ຜຸຍຫຼ້າ ມະນີວົງ ຮອງລັດ ຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ມີຕາງໜ້າກຸ່ມບັນດາປະເທດທີ່ໃຫ້ການຊ່ວຍເຫຼືອ ເພື່ອຄວບຄຸມຢາເສບຕິດແກ່ ສປປ ລາວ, ຕາງໜ້າອົງການຈັດຕັ້ງສາກົນ ແລະ ບັນດາກະຊວງ ເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຮັບຟັງການລາຍງານສະພາບບັນຫາຢາເສບຕິດຂອງ ສປປ ລາວ, ພາກພື້ນ ແລະ ສາກົນ, ເຊິ່ງເຫັນວ່າ ບັນຫາຢາເສບຕິດໄດ້ເພີ່ມ ຂຶ້ນ ແລະ ຖືກລັກລອບລໍາລຽງຂົນສົ່ງຜ່ານ ສປປ ລາວ ໄປຍັງປະເທດທີ 3 ຢ່າງໜ້າເປັນຫ່ວງ; ກອງປະຊຸມໄດ້ທົບທວນຄືນການຈັດຕັ້ງປະຕິບັດວຽກ ງານກວດກາ ແລະ ຄວບຄຸມຢາເສບຕິດໃນໄລຍະຜ່ານມາ; ເຊິ່ງປະກອບມີວຽກງານໂຄສະນາສຶກສາອົບຮົມ, ວຽກງານບໍາບັດ-ປິ່ນປົວຜູ້ຕິດຢາເສບຕິດ, ວຽກງານສະກັດກັ້ນ ແລະ ເຝົ້າລະວັງການລັກລອບປູກຝິ່ນຄືນໃໝ່ຂອງປະຊາຊົນໃນບາງທ້ອງຖິ່ນ, ການປະຕິບັດໂຄງການພັດທະນາຊົນນະບົດປູກພືດທົດແທນການປູກຝິ່ນ, ສະພາບການລັກລອບຊື້-ຂາຍ, ລໍາລຽງຂົນສົ່ງຢາເສບຕິດ, ວຽກງານປະຕິບັດມາດຕະການທາງກົດໝາຍ.

ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອຊອກຫາມາດຕະການ ແລະ ວິທີການເໝາະສົມໃນການຈັດຕັ້ງປະຕິບັດ ເພື່ອແນໃສ່ ເຮັດໃຫ້ການປະຕິບັດແຜນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າໃຫ້ນັບມື້ໄດ້ຮັບຜົນດີ, ພ້ອມທັງປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2023 ) ໃນ ສປປ ລາວ.