ໃນທ້າຍອາທິດຜ່ານມາ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ 6 ເດືອນຜ່ານມາ, ເປັນປະທານໂດຍ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນ ແຂວງໄຊສົມບູນ, ມີຜູ້ຕາງໜ້າຈາກ 4 ພາກສ່ວນ ແລະ ກອງບັນຊາການ ປກສ 5 ເມືອງ ເຂົ້າຮ່ວມ.

ທ່ານ ສົມໝາຍ ບຸດຕະວົງ ປະທານສານປະຊາຊົນ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານທັງ 4 ພາກສ່ວນ ໃນໄລຍະ 6 ເດືອນຜ່ານມາ ວ່າ:

ການດໍາເນີນຄະດີຂອງສານປະຊາຊົນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບຜູ້ພິພາກສາ ແລະ ພະນັກງານເປັນປົກກະຕິ ເພື່ອແນໃສ່ຍົກສູງລະດັບວິຊາສະເພາະ, ວິຊາການກົດໝາຍ ໃນການພິຈາລະນາຕັດສິນຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳຫຼາຍຂຶ້ນ, ເຊິ່ງ 6 ເດືອນຜ່ານມາ ມີຄະດີເຂົ້າມາສານແຂວງ ທັງໝົດ 68 ເລື່ອງ ໃນນີ້ເປັນຄະດີຂັ້ນຕົ້ນ 54 ເລື່ອງ ແລະ ຂັ້ນອຸທອນ 17 ເລື່ອງ.

ການດຳເນີນຄະດີຂອງ ອົງການສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງ ໄດ້ຮັບຄະດີທັງໝົດ 172 ເລື່ອງ, ຄະດີຢາເສບຕິດ 91 ເລື່ອງ, ແກ້ໄຂ 54 ເລື່ອງ, ຊັດມ້ຽນ 7 ເລື່ອງ, ກຳລັງດຳເດີນ 88 ເລື່ອງ, ໂຈະ 3 ເລື່ອງ, ກັກຕົວຜູ້ຖືກຫາ 117 ຄົນ ຍິງ 21 ຄົນ, ຢຶດຂອງກາງຢາບ້າໄດ້ 146.880 ເມັດ, ຝິ່ນ 1,3 ກິໂລກຼາມ, ເຮໂຣອິນ 2 ກ້ອນນ້ອຍ ກັບ 10 ແຕັບ ແລະ ເຄື່ອງຂອງກາງພົວພັນກັບຄະດີຈຳນວນໜຶ່ງ, ມີຄຳຮ້ອງ 27 ເລື່ອງ, ແຈ້ງຄວາມ 27 ເລື່ອງ, ອຸບັດຕິເຫດເກີດຂຶ້ນ 57 ຄັ້ງ ມີຜົນເສຍຫາຍປະ 836.200.000 ກີບ.

ການດໍາເນີນຄະດີຂອງ ອົງການໄອຍະການ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ພ້ອມທັງຊອກໃຫ້ເຫັນຜູ້ກະທຳຜິດ ແລະ ນຳເອົາບັນດາຂໍ້ມູນຫຼັກຖານມາຊັ່ງຊາ, ຕີລາຄາຕາມມາດຕາ 44 ຂອງກົດໝາຍ ວ່າດ້າຍ ການດຳເນີນຄະດີອາຍາ.

ຖ້າຄະດີໃດມີຄວາມຫຍຸ້ງຍາກ ເຈົ້າໜ້າທີ່ກໍຂໍທິດຊີ້ນຳ ແລະ ເປີດກອງປະຊຸມປຶກສາຫາລື ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດກົດໝົດໃຫ້ຖືກຕ້ອງ ແລະ ສອດຄ່ອງ.

ການດໍາເນີນຄະດີຂອງ ພະແນກຍຸຕິທຳ ມີຄະດີທັງໝົດ 225 ເລື່ອງ. ໃນນັ້ນ, ຄະດີແພ່ງ 34 ເລື່ອງ, ອາຍາ 191 ເລື່ອງ ແລະ ຄະດີຢູ່ຂະແໜງຈັດຕັ້ງປະຕິບັດຄຳຕັດສິນຂອງສານ ມີ 123.

ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມແຕ່ລະພາກສ່ວນ ໄດ້ປະກອບຄໍາຄິດເຫັນໃຫ້ຮ່າງບົດສະຫຼຸບ ໂດຍສະເພາະແມ່ນການດໍາເນີນຄະດີ ເພື່ອຊອກໃຫ້ເຫັນດ້ານດີ ແລະ ດ້ານອ່ອນ ເພື່ອພ້ອມກັນຫາທາງແກ້ໄຂໃຫ້ດີຂຶ້ນ, ຮັບປະກັນຄວາມເປັນທຳ, ຖືກຕ້ອງ, ໂປ່ງໃສ ແລະ ວ່ອງໄວ ໃນການພິຈາລະນາຕັດສິນຄະດີ, ເອົາໃຈໃສ່ປະສານສົມທົບແໜ້ນ ລະຫວ່າງ 4 ພາກສ່ວນ ໃຫ້ມີຄວາມກົມກຽວຕໍ່ກັບການດຳເນີນຄະດີ ເພື່ອຄົ້ນຄວ້າ ແລະ ຕົກລົງເຫັນດີເປັນເອກະພາບໃນການຈັດຕັ້ງປະຕິບັດແຕ່ລະຂັ້ນຕອນ ໃຫ້ເປັນມືອາຊີບຫຼາຍຂຶ້ນ.