ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີໂຮມຊຸມນຸມລະນຶກວັນສ້າງຕັ້ງກຳລັງປ້ອງກັນສູນກາງ ຄົບຮອບ 61 ປີ (ວັນທີ 11 ພະຈິກ 1961-11 ພະຈິກ 2022), ໃນວັນທີ 10 ພະຈິກນີ້, ໂດຍມີ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີບັນຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ, ໂຮງຮຽນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພົຈວ ສົມພົງ ຂໍາວິລຸນ ໃຫ້ຮູ້ວ່າ: ວັນທີ 11 ພະຈິກ ເປັນວັນໜຶ່ງ ສຸດທີ່ມີຄວາມໝາຍ, ຄວາມສໍາຄັນ ສໍາລັບສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ທົ່ວກຳລັງປ້ອງກັນສູນກາງ ທີ່ເຮັດໜ້າທີ່ປ້ອງກັນຄວາມສະຫງົບ, ຮັກສາຄວາມປອດໄພ ໃຫ້ການນຳຂັ້ນສູງພັກ-ລັດ, ຄະນະຜູ້ແທນຂັ້ນສູງຕ່າງປະ ເທດ, ສຳນັກງານ-ອົງການທີ່ສຳຄັນຂອງພັກ-ລັດ, ກອງປະຊຸມລະດັບຊາດ-ສາກົນ ແລະ ງານບຸນປະເພນີສຳຄັນຕ່າງໆຂອງພັກ, ຂອງຊາດ.

ນັບແຕ່ມື້ສ້າງຕັ້ງຂຶ້ນມາກຳລັງປ້ອງກັນສູນກາງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ເປັນກຳລັງປະຈັນບານ, ປະເຊີນໜ້າໂດຍກົງກັບພວກອິດທິກຳລັງປໍລະປັກ, ພວກຝືນປະຕິວັດ ແລະ ພວກກໍ່ອາຊະຍາກໍາຕ່າງໆໃນທຸກສະຖານທີ່, ທຸກເວລາ; ກຳລັງປ້ອງກັນສູນກາງຍັງມີມູນເຊື້ອກໍ່ສ້າງຮາກຖານການເມືອງ ຕິດພັນສະໜິດແໜ້ນກັບປະຊາຊົນບັນດາເຜົ່າ, ເຮັດໜ້າທີ່ຕິດຕໍ່, ປ້ອງກັນ ແລະ ຮັບໃຊ້ການນຳຂັ້ນສູງຂອງພັກ-ລັດ ຢ່າງເດັດດ່ຽວໜຽວແໜ້ນ ແລະ ມີນໍ້າໃຈຄວາມເສຍສະລະອັນສູງສົ່ງ.

ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຂອງກຳລັງປ້ອງກັນສູນກາງໃຫ້ມີບັນຍາກາດຟົດຟື້ນສົມຄູ່ກັບຖານະນາມທີ່ເປັນກຳລັງທີ່ຈົງຮັກພັກດີ, ເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານໃນສະພາບການຕ່າງໆ. ໃນໂອກາດນີ້, ທ່ານຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ເນັ້ນໃຫ້ບັນດາສະຫາຍນາຍ ແລະ ພົນຕຳຫຼວດກໍາລັງປ້ອງກັນສູນກາງທຸກທົ່ວໜ້າ ຈົ່ງສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຮັບຜິດຊອບ ໂດຍການເພີ່ມທະວີວຽກງານສຶກສາອົມຮົມການເມືອງ-ນໍາພາແນວຄິດພາຍໃນກໍາລັງໃຫ້ລຸໂລ່ງ, ມີຄວາມໜັກແໜ້ນ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະກັນວຽກງານປ້ອງກັນຄວາມສະຫງົບຮັກສາຄວາມປອດໄພໃຫ້ຜູ້ນຳພັກ-ລັດ, ຄະນະຜູ້ແທນຂັ້ນສູງສາກົນ, ສຳນັກງານ-ອົງການທີ່ສຳຄັນ ແລະ ງານສຳຄັນຕ່າງໆໃຫ້ປອດໄພ.

ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດກອງບັນຊາການປ້ອງກັນສູນກາງ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ 10 ສະຫາຍ ຍິງ 4 ສະຫາຍ; ໃນນີ້, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 5 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ ແລະ ດັດແປງຊັ້ນ ຈຳນວນ 3 ສະ ຫາຍ ຍິງ 2 ສະຫາຍ. ໃນນີ້, ຊັ້ນ II ຂຶ້ນ ຮ້ອຍຕີ 1 ສະຫາຍ, ສິບໂທ ຂຶ້ນ ວາທີ 1 ສະຫາຍ ແລະ ສິບໂທ ຂຶ້ນ ສິບເອກ 1 ສະຫາຍ ໃຫ້ກຽດ ປະດັບຊັ້ນໂດຍ ພົຈວ ສົມພົງ ຂໍາວິລຸນ.

ໃນໂອກາດສຳຄັນດັ່ງກ່າວ, ຄະນະນຳກອງບັນຊາການປ້ອງກັນສູນກາງ ນຳໂດຍ ພົຈວ ສົມພົງ ຂໍາວິລຸນ ໄດ້ນໍາເອົາກະຕ່າດອກໄມ້ເຂົ້າວາງຕໍ່ໜ້າຮູບປັ້ນທ່ານ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນສູນກາງ ຄົບຮອບ 61 ປີ.

ຫຼັງຈາກນັ້ນ, ຄະນະນຳກອງບັນຊາການປ້ອງກັນສູນກາງ ຍັງໄດ້ຕັດແຖບຜ້າ ເພື່ອເປີດຫ້ອງວາງສະແດງມູນເຊື້ອຂອງກຳລັງປ້ອງກັນສູນກາງ ແລະ ໄດ້ທ່ຽວຊົມການສັງ ລວມເຫດການປະຫວັດສາດ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍ ຕົວ ແລະ ຜົນງານການເຄື່ອນໄຫວຂອງກຳລັງປ້ອງກັນສູນກາງ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ຈຸດປະສົງໃນການສ້າງຫໍມູນເຊື້ອນີ້ ເພື່ອໃຫ້ຄົນຮຸ່ນສືບທອດໄດ້ສຶກສາ, ຮຽນຮູ້ທາດແທ້ປະຫວັດມູນເຊື້ອຮັກ ຊາດ, ນໍ້າໃຈຕໍ່ສູ້ອົງອາດກ້າຫານ ຂອງກຳລັງປ້ອງກັນສູນກາງ ທັງເປັນການລະດົມກຳລັງໃຈຢ່າງເລິກເຊິ່ງ ແລະ ຍົກສູງຄວາມຮັບຜິດຊອບຂອງກຳລັງຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕິດພັນສະນິດແໜ້ນກັບປະຫວັດສາດໃຕ້ການຊີ້ນຳ, ນຳພາຂອງພັກ.