ກອງບັນຊາການ ປກສ ແຂວງວຽງຈັນ ຈັດກ ໃນທ້າຍອາທິດຜ່ານມານີ້, ເປັນປະທານໂດຍ ພັທ ຄຳສິງ ຮົ່ມດວງໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຫົວໜ້າຫ້ອງຕຳຫຼວດ, ປະທານສະພາປະຊາຊົນແຂວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ພະແນກສຶກສາທິການ ແລະ ກິລາ, ພະແນກຍຸຕິທຳ, ຫ້ອງວ່າການປົກຄອງ, ມີຄະນະຮັບຜິດຊອບ ແລະ ຕຳຫຼວດຈະລາຈອນ ເຂົ້າຮ່ວມ.

ພັທ ຄຳສິງ ຮົ່ມດວງໄຊ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ເພື່ອໃຫ້ມີລະບຽບການ, ມາດຕະການກ່ຽວກັບການສະກັດກັ້ນ ແລະ ຫຼຸດຜ່ອນອຸບັດຕິເຫດຕາມເສັ້ນທາງບົກທົ່ວແຂວງວຽງຈັນ ເພື່ອອຳນວຍຄວາມສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຫຼຸດຜ່ອນອຸບັດຕິເຫດ, ຄວາມແອອັດໃນການສັນຈອນຕິດພັນກັບ ການບໍລິການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ.

ໃນນິຕິກຳຈະໄດ້ກຳນົດລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຈະລາຈອນທາງບົກ ລວມທັງປ້າຍຫ້າມ ແລະອື່ນໆທີ່ກຳນົດຫ້າມສຳລັບເຈົ້າໜ້າທີ່ຄວມຄຸມຈະລາຈອນທາງບົກມີພຶດຕິກຳ ຄື: ຫ້າມສວຍໃຊ້ໜ້າທີ່ຕຳແໜ່ງ, ສິດອຳນາດຫາຜົນປະໂຫຍດໃຫ້ແກ່ຕົນເອງ, ຄອບຄົວ ແລະ ໝູ່ຄູ່, ຫ້າມບັງຄັບນາບຂູ່ຂັດຂວາງ ຫຼື ຕັດສິນບັນຫາ ໂດຍບໍ່ໄດ້ຮັບການເຫັນດີຈາກການຈັດຕັ້ງຂັ້ນເທິງທີ່ຕົນຂຶ້ນກັບ, ຫ້າມນຸ່ງຖື, ໃຊ້ວາຈາທ່າທີ່ບໍ່ສຸພາບ, ກົດໜ່ວງຖ່ວງດຶງເອກະສານກ່ຽວກັບການສະກັດກັ້ນ ແລະ ຫຼຸດຜ່ອນອຸບປະຕິເຫດຕາມເສັ້ນທາງບົກ, ຫ້າມມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ, ລະບຽບການ, ຂໍ້ຫ້າມສຳລັບບຸກຄົນ ແລະ ການຈັດຕັ້ງອື່ນມີພຶດຕິກຳ ຄື: ຫ້າມຂັດຂວາງການເຄື່ອນໄຫວວຽກງານຂອງເຈົ້າໜ້າທີ່ຄວບຄຸມຈະລາ ຈອນທາງບົກ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ, ຫ້າມຍຸຍົງບໍ່ໃຫ້ຜູ້ສັນຈອນເຄົາລົບ ແລະ ປະຕິບັດກົດຈະລາຈອນທາງບົກ, ຫ້າມບັງຄັບ, ນາບຂູ່, ຂັດ ຂວາງໃຊ້ຄວາມຮຸນແຮງ ຫຼື ແຊກແຊງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄວບຄຸມຈະລາຈອນທາງບົກ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ, ຫ້າມໃຊ້ວາ ຈາບໍ່ສຸພາບຫຍາບຄາຍຕໍ່ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຄວບຄຸມຈະລາຈອນທາງບົກ ແລະ ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ, ຫ້າມຂາຍເຄື່ອງອາໄຫຼ່ວັດ ຖຸອຸປະກອນທີ່ດັດແປງສະພາບເຕັກນິກຂອງລົດທຸກປະເພດ ໂດຍບໍ່ໄດ້ຮັບອະນຸຍາດ, ຫ້າມວາງສິ່ງກິດຂວາງການສັນຈອນຕາມເສັ້ນທາງໂດຍບໍ່ໄດ້ຮັບອະນຸຍາດ, ຫ້າມມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍລະບຽບການ ແລະອື່ນໆ.