ເພື່ອເປັນການບັນເທົາທຸກໃຫ້ກັບຄອບຄົວປະຊາຊົນຜູ້ຖືກເສຍຫາຍຈາກອັກຄີໄພ ( ໄຟໄໝ້ ເຮືອນ ) ໃນທ້າຍອາທິດຜ່ານມາ, ກອງບັນຊາການ ແຂວງຫຼວງນ້ຳທາ ໄດ້ນໍາເອົາເຄື່ອງບັນເທົາທຸກໄປມອບໃຫ້ຄອບຄົວທີ່ປະສົບເຄາະຮ້າຍຖືກໄຟໄໝ້ເຮືອນຢູ່ບ້ານນໍ້ານ້ອຍປາມັນ ໂດຍການກ່າວມອບ ພັທ ທອງຫອມ ທັນອໍລະພິມ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ມີ 2 ອົງການຈັດຕັ້ງຊາວໜຸ່ມ-ສະຫະພັນແມ່ຍິງ ປກສ ເມືອງ, ປກສ ກຸ່ມບ້ານປາກຄານ ແລະ ຕ່າງໜ້າກ່າວຮັບຂອງ ທ່ານ ຈາ ພຶດໍ ຮອງນາຍບ້ານນໍ້ານ້ອຍປາມັນ, ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ພັທ ທອງຫອມ ທັນອໍລະພິມ ກ່າວວ່າ: ເຫດການອັກຄີໄພໄຟໄໝ້ເຮືອນປະຊາຊົນຄັ້ງ ວັນທີ 19 ຕຸລາ 2022, ທີ່ບ້ານນໍ້ານ້ອຍປາມັນ ຈໍານວນ 3 ຫຼັງ. ໃນນັ້ນ, ມີເຮືອນຂອງ ທ້າວ ຈາ ການາວໍ, ເຮືອນ ທ້າວ ນາຟະ ແລະ ເຮືອນຂອງ ທ້າວ ຈາວະ ນ້ອຍ ລວມມູນຄ່າເສຍຫາຍປະມານ ທັງໝົດປະມານ 56 ລ້ານ ກ່ວາກີບ, ທາງຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ໄດ້ລະດົມທຶນສົມທົບຈາກການຈັດຕັ້ງ, ນາຍ ແລະ ພົນຕໍາຫຼວດ ເພື່ອບໍລິຈາກຊ່ວຍເຫຼືອຄອບຄົວທີ່ຖືກໄຟ້ໄໝ້ເຮືອນ, ເຄື່ອງທີ່ລະດົມໄດ້ມີວັດຖຸສິ່ງຂອງທີ່ຈໍາເປັນນໍາໃຊ້ໃນຊິວິດປະຈໍາວັນເປັນ ຕົ້ນແມ່ນເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ ແລະ ເຄື່ອງສຳເລັດຮູບຈຳນວນໜຶ່ງ ພ້ອມດ້ວຍເງິນສົດ ຈໍານວນ 2.500. 000 ກີບ.

ໂອກາດດັ່ງກ່າວ, ທ່ານ ຈາ ພຶດໍ ໄດ້ຕ່າງໜ້າຄອບຄົວທີ່ຖືກຜົນກະທົບສະແດງຄວາມຂອບໃຈຕໍ່ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງວຽງພູ ຄາ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດທີ່ໄດ້ເປັນຫ່ວງເປັນໄຍນຳເອົາວັດຖຸ, ຈິດໃຈ, ເຄື່ອງບັນເທົາທຸກມາມອບໃຫ້ໃນຄັ້ງນີ້ ແລະ ຈະນຳເຄື່ອງດັ່ງ ກ່າວໄປມອບໃຫ້ 3 ຄອບຄົວຢ່າງທົ່ວເຖິງ.