ໃນທ້າຍອາທິດຜ່ານມານີ້, ພະແນກໂຍທາທິ ການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໄດ້ຈັດພິທີ, ເຂົ້າຮ່ວມມີ ທ່ານ ບົວທອງ ອູແສງຄຳ ຮອງເລຂາພັກແຂວງຜົ້ງສາລີ, ມີທ່ານ ບຸນພະນິດ ແກ້ວຮຸ່ງ ຫົວຫນ້າພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ, ຫົວໜ້າອົງການໄອ ຍະການປະຊາຊົນແຂວງ, ຮອງອຳນວຍການໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ, ຄະ ນະພະແນກ, ຄູ-ອາຈານ, ນັກສຶກສາ ເຂົ້າຮ່ວມ.

ການຮຽນ-ການສອນທິດສະດີການເມືອງ ແລະ ການປົກຄອງລະບົບ 45 ວັນ, ມີນັກສຶກສາເຂົ້າ ຮຽນທັງໝັດ 61 ສະຫາຍ ຍິງ 8 ສະຫາຍ, ມີ ອາຈານສອນ 14 ທ່ານ ຍິງ 3 ທ່ານ ໂດຍໄດ້ຄົ້ນຄວ້າ ຮ່ຳຮຽນ 5 ວິຊາຄື: ປັດສະຍາມາກ-ເລນິນ, ເສດ ຖະສາດການ ເມືອງ, ລັດທິສັງຄົມນິຍົມ, ກໍ່ສ້າງ ພັກ, ບໍລິຫານສາດ ແລະ ການປົກຄອງລວມມີ 12 ໜ່ວຍກິດ, 191 ຊົ່ວໂມງ ໃນນັ້ນ, ຜ່ານ ການຂຽນບົດເກັບກ່ຽວບັນລຸເກດ A ມີ 39 ສະ ຫາຍ, ເກດ B+ ມີ 36 ສະຫາຍ. ນອກນັ້ນ, ຍັງມີ ນັກສຶກສາໄດ້ມອບໃບຍ້ອງຍໍຂອງໂຮງ ຮຽນປະເພດ 1 ມີ 31 ທ່ານ, ປະເພດ 2 ມີ 30 ທ່ານ.

ໂອກາດນີ້ ທ່ານ ບົວທອງ ອູ່ແສງຄຳ ໄດ້ຮຽກ ຮ້ອງໃຫ້ບັນດານັກສຶກສາ ສືບຕໍ່ເອົາໃຈໃສ່ຝືກຝົນ ຫຼ່ໍຫຼອມຕົນເອງຢູ່ສະເໝີ, ປະຕິບັດຄໍາເວົ້າຂອງ ທ່ານເລນິນ ທີ່ວ່າ ຮຽນອີກຮຽນເລື່ອຍໆໄປ, ການ ຮຽນບໍ່ມີມື້ສິນສຸດ ໃຫ້ສືບຕໍ່ຍຶດໝັ້ນທິດສະດີມາກ -ເລນິນ, ແນວຄິດໄກສອນ ພົມວິຫານ, ມູນເຊື້ອ ອັນດີງາມຂອງພັກເປັນພື້ນຖານແນວຄິດ, ກໍາແໜ້ນ ແນວທາງນະໂຍບາຍຂອງພັກໃຫ້ເລິກເຊິ່ງ ເພື່ອ ໄປໝູນໃຊ້ຢ່າງປະດິດສ້າງ ເຂົ້າໃນໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍໃຫ້ມີຜົນສໍາເລັດໃຫ້ສົມ ກັບວ່າຮຽນຈົບທິດສະດີການເມືອງ-ການປົກຄອງ ແທ້ໆ.