ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 10 ພະຈິກ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈຳນວນ 7 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 17 ສະຫາຍ ຍິງ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 32 ສະຫາຍ ຍິງ 2 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 25 ສະຫາຍ ຍິງ 1 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 9 ສະຫາຍ ຍິງ 1 ສະຫາຍ
  • ສິບເອກ ຂຶ້ນ ວາທີ 3 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 6 ສະຫາຍ ຍິງ 1 ສະຫາຍ

ພ້ອມນີ້ ຍັງດັດແປງຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຄື: ສິບໂທ ຂຶ້ນ ຮ້ອຍຕີ ຈຳນວນ 7 ສະຫາຍ ຍິງ 1 ສະຫາຍ.

ໃນໂອກາດນີ້, ພັອ ທິບພະຈັນ ໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນໍາຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ໃນແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີ, ມີຄວາມບຸກບືນຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້.