ໃນໄລຍະທີ 1 ຂອງການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວ ສາມາດຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 444 ຄົນ ຈາກຄະດີທີ່ມ້າງໄດ້ ຈໍານວນ 321 ເລື່ອງ. ໃນນັ້ນ, ສະເພາະເດືອນມິຖຸນາ ຫາ ເດືອນພະຈິກ 2022 ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ 5 ເລື່ອງ, ຈັບຜູ້ຖືກຫາໄດ້ 6 ຄົນ.

ພັອ ຈັນພອນ ເພັດຄໍາສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ໃນວັນທີ 8 ພະຈິກ 2022 ວ່າ:

ຜ່ານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທໍາອິດ ກໍຄື ນັບແຕ່ເດືອນກັນຍາ 2021 ເປັນຕົ້ນມາ, ເຈົ້າໜ້າທີ່ ປກສ ແຂວງ ໄດ້ສຸມໃສ່ຈັດຕັ້ງໜ້າວຽກຢ່າງມີຈຸດສຸມ ແລະ ແຜນງານອັນລະອຽດ ພາຍໃຕ້ການນໍາພາເດັດຂາດ-ໂດຍກົງຈາກທ່ານຫົວໜ້າ ປກຊ-ປກສ ແຂວງ, ເຮັດໃຫ້ສາມາດຈັບຜູ້ຖືກຫາມາດໍາເນີນຄະດີໄດ້ 444 ຄົນ ຍິງ 78 ຄົນ. ໃນນີ້, ເປັນຄົນຕ່າງປະເທດ ຈໍານວນ 65 ຄົນ ຍິງ 14 ຄົນ ຈາກຄະດີທີ່ເກີດຂຶ້ນ ແລະ ສາມາດມ້າງໄດ້ຈໍານວນ 321 ເລື່ອງ.

ໃນນັ້ນ, ສາມາດຢຶດຂອງກາງປະເພດຕ່າງໆໄດ້ ຄື: ຢາບ້າ ຈໍານວນ 176.506.412 ເມັດ, ຢາໄອສ໌ 2.681 ກິໂລກຼາມ, ເຮໂຣອິນ 7 ແທ່ງ, ແປ້ງຝຸ່ນປະສົມຢາເສບຕິດ 7.245 ກິໂລກຼາມ, ເຄຕາມິນ 118 ກິໂລກຼາມ, ເຄື່ອງອັດຢາບ້າ 1 ເຄື່ອງ, ລົດໃຫຍ່ 39 ຄັນ, ລົດຈັກ 34 ຄັນ, ປືນແກ໋ບ 2 ກະບອກ, ປືນສັ້ນ 2 ກະບອກ ພ້ອມລູກ 94 ລູກ, ປືນອາກາ 1 ກະບອກ ພ້ອມລູກ 9 ລູກ, ເງິນ 362.682.000 ກີບ, ເງິນບາດ 5.455.122 ບາດ, ເງິນຢວນ 101.950 ຢວນ, ເງິນໂດລາ 1.408 ໂດລາ ແລະ ເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.

ພິເສດ ສະເພາະໃນເດືອນມິຖຸນາ ຫາ ເດືອນພະຈິກ 2022, ເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ຍັງສາມາດມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ອີກ 5 ເລື່ອງ ແລະ ຈັບຕົວຜູ້ຖືກຫາໄດ້ 6 ຄົນ ຍິງ 2 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 59.108.000 ເມັດ, ຢາໄອສ໌ 1 ກິໂລກຼາມ, ເຄຕາມິນ 66 ກິໂລກຼາມ, ລົດໃຫຍ່ 11 ຄັນ, ເງິນກີບ 162.767.000 ກີບ ແລະ ເງິນບາດ 4.109.000 ບາດ.

ຈາກຜົນງານດັ່ງກ່າວ ໄດ້ສະແດງເຖິງການເອົາໃຈໃສ່ຢ່າງຈິງຈັງຂອງເຈົ້າໜ້າທີ່ ໂດຍການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ. ດັ່ງນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢູ່ແຂວງບໍ່ແກ້ວ ດໍາເນີນໄປຢ່າງມີປະສິດທິຜົນ ຈະຕ້ອງເພີ່ມທະວີສຸມໃສ່ປະຕິບັດຕາມ 3 ຫຼັກການ ແລະ 6 ວຽກງານຈຸດສຸມຢ່າງຕັ້ງໜ້າ ຄຽງຄູ່ກັບການປຸກລະດົມທົ່ວສັງຄົມໃຫ້ປະກອບສ່ວນຢ່າງເຂັ້ມງວດ-ຮອບດ້ານ, ແນໃສ່ສ້າງໃຫ້ແຂວງບໍ່ແກ້ວ ມີຄວາມສະຫງົບ-ປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ບັນຫາການເກີດປະກົດການຫຍໍ້ທໍ້ ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.