ກອງບັນຊາການ ປກສ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນເມືອງຄຸ້ມຄອງ ໃນວັນທີ 9 ພະຈິກ 2022, ເຂົ້າຮ່ວມໂດຍ ພັອ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງໜອງບົກ, ມີຄະນະກອງບັນຊາການ ປກສ ເມືອງ, ຫົວໜ້າ-ຮອງພະແນກ, ຫົວໜ້າ ປກສ ກຸ່ມ, ແຂກຮັບເຊີນ ແລະ ນາຍຕຳຫຼວດ ເຂົ້າຮ່ວມ.

ກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນເມືອງຄຸ້ມຄອງ ໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາມະຕິຂອງ ຄະນະບໍລິຫານພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 38/ຄພ ປກສ ວ່າດ້ວຍ ມາດຖານຂອງພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ມະຕິຂອງ ຄະນະບໍລິຫານພັກ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 39/ຄພ ປກສ ວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ.

ນອກນັ້ນ, ກອງປະຊຸມໄດ້ມີການຜ່ານມາດຖານເງື່ອນໄຂຂອງ ຜູ້ທີ່ຈະສະໝັກເລືອກຕັ້ງ ເຂົ້າໃນແຜນການກຳນົດພະນັກງນນຳພາ-ບັນຊາ ຂັ້ນເມືອງຄຸ້ມຄອງ ຂອງກອງບັນຊາການ ປກສ ເມືອງ, ພ້ອມທັງແນະນຳວິທີການທາບທາມ ແລະ ດຳເນີນການທາບທາມ ຮອບທີ 1 ເພື່ອເຮັດໃຫ້ການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ກາຍເປັນໂຄງການແຜນວຽກລະອຽດ ແລະ ມີຄວາມເປັນເອກະພາບໃນທົ່ວກຳລັງ.

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ການຄາດຄະເນເປົ້າໝາຍ ທີ່ຈະສັບຊ້ອນຈັດວາງເຂົ້າໃນຕຳແໜ່ງນຳພາ-ບັນຊາແຕ່ລະຂັ້ນຂອງ ປກສ ເມືອງໜອງບົກ ສາມາດຮັບປະກັນ ແລະ ຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດ ໃນສະເພາະໜ້າ ແລະ ຍາວນານ ເພື່ອຍົກສູງຄຸນນະພາບຂອງວຽກງານພະນັກງານ ແລະ ຖັນແຖວພະນັກງານນຳພາ-ບັນຊາ, ປະກອບສ່ວນສຳຄັນເຂົ້າໃນການປັບປຸງການເຄື່ອນໄຫວຂອງກົງຈັກການຈັດຕັ້ງແຕ່ລະຂັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.