ໃນລະຫວ່າງວັນທີ 3-7 ພະຈິກ 2022, ຫ້ອງການເມືອງ, ຫ້ອງການກອງບັນຊາການ, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງຫົວພັນ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022, ໂດຍມີ ສະຫາຍ ພັອ ເພັດນ້ອຍ ລໍລອນສີ ຮອງເລຂາ ພັກ ຫົວໜ້າຮອງກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ ອ້ອມຂ້າງກອງບັນຊາການ ຕະຫຼອດຮອດສະ ມາຊິກພັກສົມບູນ ແລະ ສຳຮອງພາຍໃນແຕ່ລະຫ້ອງ ເຂົ້າຮ່ວມ.

ໃນບົດສະຫຼຸບຂອງແຕ່ລະໜ່ວຍພັກ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງ; ເຊິ່ງໃນຕະຫຼອດໄລຍະໜຶ່ງປີຜ່ານມາ, ຄະນະໜ່ວຍພັກ, ສະມາຊິກພັກ ໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄຳ ສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດວາງອອກແຕ່ລະໄລຍະຢ່າງທົ່ວເຖິງ, ໜ່ວຍພັກຫັນເອົາແນວທາງນະໂຍບາຍມະຕິ, ຄຳສັ່ງຂອງຄະນະພັກຂັ້ນເທິງມາຜັນຂະຫຍາຍເປັນແຜນການຂອງໜ່ວຍໃຫ້ສອດຄອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ; ພ້ອມທັງນໍາພາ-ຊີ້ນຳຈັດ ຕັ້ງປະຕິບັດຕົວຈິງ, ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກມີນ້ຳໃຈເສຍສະຫຼະ ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງ ສຸດໃຈ ເປັນຕົ້ນແມ່ນການສຸ່ມໃສ່ສ້າງພັກໃນຖັນແຖວກຳລັງ ປກສ ແຂວງຫົວພັນ ໃຫ້ໄດ້ຢ່າງເຂັ້ມແຂງ, ສ້າງໃຫ້ພະນັກງານມີຄຸນສົມບັດສິນທຳປະຕິວັດ ມີຄວາມຊື່ສັດບໍ່ລິສຸດຕໍ່ໜ້າທີ່ວິຊາສະເພາະ ມີຄວາມຮູ້ຄວາມສາມາດໃນການເຄື່ອນໄຫວຊີ້ນຳນຳພາມະຫາຊົນ ເປັນແບບຢ່າງທີ່ດີດຸໝັ່ນອົດທົນກ້າຄິດກ້າຮັບຜິດຊອບກ້າປັບປຸງແກ້ໄຂຕົນເອງໃນສິ່ງທີ່ຜິດພາດ ພ້ອມກັນສືບຕໍ່ສ້າງໜ່ວຍພັກຂອງຕົນ ໃຫ້ກາຍເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຄັ້ງຕໍ່ໄປ.

ການຈັດກອງປະຊຸມດັ່ງກ່າວ ເພື່ອປະຕິບັດຕາມຄຳສັ່ງຂອງຂອງກົມການເມືອງສູນກາງພັກສະບັບ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຄຳສັ່ງແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ ຄຈສພ ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັງຂອງກົມການເມືອງສູນກາງພັກ ວ່າດ້ວຍການ ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ມະຕິຕົກລົງຂອງຄະນະປະຈຳພັກ ແຂວງແຂວງຫົວພັນ ສະບັບເລກທີ 177/ຄປຈຂ.ຫພ ລົງວັນທີ 31 ພຶດສະພາ 2022 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະຈັດຕັ້ງແຂວງຫົວພັນ ໃຫ້ປະກົດຜົນເປັນຈິງ.