ກອງປະຊຸມພົບປະແລກປ່ຽນບົດຮຽນລະຫວ່າງ ກົມພັກ, ອົງການຈັດຕັ້ງມະຫາຊົນ ກະຊວງ ປກສ ລາວ ແລະ ກົມວຽກງານພັກ-ວຽກງານການເມືອງ ກະຊວງ ປກສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2022 ທີ່ກະຊວງ ປກສ ລາວ, ຝ່າຍລາວນຳໂດຍ ພັທ ພຽນສີ ແສງຄຳຢອງ ຮອງຫົວໜ້າກົມພັກ ກະຊວງ ປກສ ລາວ ພ້ອມດ້ວຍຄະນະ, ຝ່າຍຫວຽດນາມນຳໂດຍ ພັອ ນາງ ໂງ ຮວ່າຍ ທູ ຮອງຫົວໜ້າກົມວຽກງານພັກ-ວຽກງານການເມືອງ ປະທານສະຫະພັນແມ່ຍິງ ກະຊວງ ປກສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນກອງປະຊຸມ ທັງສອງຝ່າຍໄດ້ລາຍງານການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃນກໍາລັງປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ວຽກງານພັກ, ວຽກງານການເມືອງ ໃນໄລຍະຜ່ານມາ ໃຫ້ກັນຊາບ, ພ້ອມທັງປຶກສາຫາລື ແລະ ວາງທິດທາງແຜນການຮ່ວມມືໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນສູງ.

ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດວຽກງານພັກ ຄື: ໃນໄລຍະຜ່ານມາ, ກຳລັງປ້ອງກັນຄວາມສະຫງົບລາວ ໄດ້ເປັນເຈົ້າການຜັນຂະຫຍາຍບັນດາເນື້ອໃນມະຕິ, ຄຳສັ່ງຕ່າງໆຂອງສູນກາງພັກ ແຕ່ລະໄລຍະ ມາເປັນອັນສະເພາະຂອງກຳລັງ ໂດຍອີງໃສ່ເງື່ອນໄຂ, ຈຸດພິເສດຂອງກໍາລັງ ເເລະ ທັງເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ ການເຄື່ອນໄຫວວຽກງານກໍ່ສ້າງພັກ, ຮ່ຳຮຽນກົດລະບຽບຂອງພັກ, ປະຕິບັດລະບອບຮ່ຳຮຽນທິດສະດີການເມືອງ ຢ່າງເປັນລະບົບ ຕິດພັນກັບ ການດໍາເນີນຊີວິດການເມືອງ ປະຈຳເດືອນ, ປີ, ປັບປຸງຍົກລະດັບຄຸນນະພາບການນຳພາຂອງ ການຈັດຕັ້ງພັກ ແລະ ສະມາຊິກພັກ ຕາມທິດສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

ພ້ອມນັ້ນ, ຍັງໄດ້ດໍາເນີນການຕິດຕາມ, ກວດກາ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານກໍ່ສ້າງພັກ ໃຫ້ຄະນະຈັດຕັ້ງສູນກາງພັກ ຢ່າງເປັນປົກກະຕິ, ວຽກງານປັບປຸງການຈັດຕັ້ງພັກ ໄດ້ສົມທົບກັບ ຄະນະພັກແຕ່ລະຂັ້ນ ໃນການຕິດຕາມ, ກວດກາການຈັດຕັ້ງພັກແຕ່ລະຂັ້ນ ທີ່ມີການປັບປຸງ, ປ່ຽນແປງ ໃນແຕ່ລະໄລຍະ, ສອດຄ່ອງກັບການປັບປຸງກົງຈັກການຈັດຕັ້ງ ເພື່ອໃຫ້ໄປຕາມທິດລະບອບບັນຊາຫົວໜ້າດຽວ ແລະ ຄະນະພັກ ກໍແມ່ນ ຄະນະກົມ; ໃນກໍລະນີ ຄະນະພັກຫວ່າງລົງ ແລະ ມີຄວາມຈຳເປັນຕ້ອງບົ່ງຕົວ ກໍຕ້ອງໄດ້ທາບທາມຢັ່ງຫາງສຽງ ແລະ ເອົາຜົນຂອງການທາບທາມເປັນບັນຫາຕັດສິນ ໃນການປະກອບບຸກຄະລະກອນເຂົ້າໃນຄະນະພັກ ເພື່ອສືບຕໍ່ນຳພາ-ຊີ້ນຳ.

ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍພື້ນຖານພວກເຮົາອີງໃສ່ນິຕິກຳຂອງສູນກາງພັກ. ຈາກນັ້ນ, ໄດ້ຫັນມາເປັນນິຕິກຳສະເພາະຂອງກຳລັງ, ສ້າງເປັນປຶ້ມຄູ່ມື ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ການຈັດແບ່ງປະເພດການຈັດຕັ້ງຮາກຖານພັກ ແບ່ງເປັນ 3 ປະເພດ ຄື: ແຂງ, ກາງ ແລະ ອ່ອນ, ສ່ວນສະມາຊິກພັກ ຈັດແບ່ງເປັນ 4 ປະເພດ ຄື: ແຂງ, ກາງ, ອ່ອນ ແລະ ເສຍທາດ. ພາຍຫຼັງດຳເນີນສຳເລັດ ໄດ້ຈັດກອງປະຊຸມຊັ່ງຊາ ເພື່ອຄວາມເປັນເອກະພາບແລ້ວຈຶ່ງນໍາສະເໜີຂັ້ນເທິງຮັບຮອງ.

ທຸກຂອດວຽກງານກໍ່ສ້າງພັກພື້ນຖານ ແມ່ນພວກເຮົາມີນິຕິກຳເປັນບ່ອນອີງ, ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ຖືກຕ້ອງຕາມ 5 ຫຼັກການ ແລະ 3 ທິດນຳຂອງພັກ ແລະ ໄດ້ຈັດຕັ້ງຝຶກອົບຮົມວຽກງານພັກ, ວຽກງານການເມືອງໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ ເພື່ອສ້າງຄວາມເປັນເອກະພາບໃນທົ່ວກຳລັງ, ຈຶ່ງເຮັດໃຫ້ຄຸນນະພາບການຈັດຕັ້ງພັກ ແລະ ສະມາຊິກພັກນັບມື້ດີຂຶ້ນເທື່ອລະກ້າວ, ສາມາດຮັບປະກັນໃຫ້ການຈັດຕັ້ງພັກແຕ່ລະຂັ້ນ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງແທ້ຈິງ.

ພ້ອມດຽວກັນນີ້, ທັງສອງຝ່າຍ ກໍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນໃນບາງດ້ານ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິຜົນສູງຂຶ້ນກວ່າເກົ່າ.