ໃນວັນທີ 9 ພະຈິກ 2022 ຜ່ານມາ, ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ, ດັດແປງຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດທີ່ຂຶ້ນກັບ ກົມໃຫຍ່ພະລາທິການ, ເຊິ່ງເປັນປະທານໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການ ຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫ້ອງ, ກົມ, ກອງ, ໂຮງໝໍ 5 ເມສາ, ພະນັກງານນໍາພາ-ບັນຊາຂັ້ນພະແນກ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ໃນພິທີ, ພັອ ສົມສັກ ຄໍາມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງ ປກສ, ກົມໃຫຍ່ການເມືອງ ແລະ ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດເລື່ອນຊັ້ນໃຫ້ນາຍຕໍາຫຼວດ, ຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ແລະ ຂໍ້ຕົກລົງ ວ່າດ້ວຍ ການດັດແປງຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງມີລາຍລະອຽດດັ່ງນີ້:

+ ເລື່ອນຊັ້ນ:
  • ພັນຕີ ຂຶ້ນ ພັນໂທ 2 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 34 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 9 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 6 ສະຫາຍ
+ ດັດແປງຊັ້ນ:
  • ສິບໂທ ຂຶ້ນ ຮ້ອຍຕີ 16 ສະຫາຍ
  • ສິບໂທ ຂຶ້ນ ວາທີ 22 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 1 ສະຫາຍ

ທັງນີ້, ພົຈວ ທອງສຸກ ຍ່າເອີລາວລີ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ບັນດານາຍ ແລະ ພົນຕໍາຫຼວດ ຜູ້ທີ່ໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ມີຄວາມບຸກບືນຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ຊອກຮູ້ຮໍ່າຮຽນໃນດ້ານຕ່າງໆ ເພື່ອພັດທະນາຕົນເອງ ແລະ ກົມກອງ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນໄປເປັນກ້າວໆ.