ວັນທີ 11 ພະຈິກ 2022, ສະຫາຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໃຫ້ກຽດຕ້ອນຮັບ ສະຫາຍ ເຈີນ ວີ ເຢີນ ຫົວໜ້າກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.

ພາຍຫຼັງສໍາເລັດກອງປະຊຸມພົບປະແລກປ່ຽນ ວຽກງານຄົ້ນຄວ້າວິທະຍາສາດ, ຍຸດທະສາດ ປ້ອງກັນຄວາມສະຫງົບ ແລະ ລົງນາມບົດບັນທຶກການເຮັດວຽກ ໃນປີ 2023 ສອງຝ່າຍ ລະຫວ່າງ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ, ຄະນະຜູ້ແທນ ກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ ນໍາໂດຍສະຫາຍ ພົຕ ເຈີນ ວີ ເຢີນ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຢ້ຽມ ສະຫາຍ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.

ເຊິ່ງ ສະຫາຍ ພົຕ ເຈີນ ວີ ເຢີນ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມສອງຝ່າຍ ແລະ ຈຸດປະສົງຂອງການມາຢ້ຽມຢາມເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໂດຍສະເພາະຢູ່ກະຊວງປ້ອງກັນຄວາມສະຫງົບລາວ ແມ່ນໄດ້ສໍາເລັດຕາມແຜນທີ່ວາງໄວ້ຢ່າງຈົບງາມ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດກອງປະຊຸມສອງຝ່າຍ ແລະ ຮຽກຮ້ອງໃຫ້ສືບຕໍ່ຮ່ວມມືກັນ ໃນຂົງເຂດວຽກງານຄົ້ນຄວ້າວິທະຍາສາດ ແລະ ຍຸດທະສາດ ປ້ອງກັນຄວາມສະຫງົບ ໂດຍກຳນົດເນື້ອໃນ 4 ດ້ານ ແນໃສ່ຮັບປະກັນໃຫ້ວຽກງານດັ່ງກ່າວມີຜົນສຳເລັດ.

ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ມາຍັງການນໍາ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ໂດຍສະເພາະແມ່ນ ຄະນະກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ ທີ່ໃຫ້ການອູ້ມຊູຊ່ວຍເຫຼືອໃນການກໍ່ສ້າງ, ບໍາລຸງວຽກງານວິຊາສະເພາະ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ, ຊ່ວຍເຫຼືອທາງດ້ານວັດຖຸ-ເຕັກນິກ, ພາຫະນະ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ.