ໃນວັນທີ 11 ພະຈິກ 2022, ສະຫະພັນກິລາເປຕັງແຫຼ່ງຊາດລາວ ໄດ້ຈັດພິທີປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II, ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ເພື່ອຍ້ອງຍໍຜົນງານ 5 ປີ (2016-2020) ໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກ, ເຊິ່ງເຂົ້າຮ່ວມໂດຍ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານຮອງສາດສະດາຈານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີອະດີດການນຳພັກ-ລັດ, ປະທານສະຫະພັນກິລາເປຕັງແຫ່ງຊາດລາວ, ສະຫະພັນກິລາເປຕັງແຂວງ, ກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດ ແລະ ດຳລັດຂອງ ນາຍົກລັດຖະມົນຕີ ກ່ຽວກັບ ການປະດັບຫຼຽນໄຊແຮງງານ ຊັ້ນ I, ຊັ້ນ II, ຊັ້ນ III ແລະ ຫຼຽນກາແຮງງານ ໃຫ້ບຸກຄົນ, ແລະ ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນປະກອບສ່ວນດ້ານເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງ ເຂົ້າສູ່ລວງເລິກ ໃນທົ່ວປະເທດ ໃນໄລຍະ 5 ປີ (2016-2020) ຄື:

  • ປະດັບຫຼຽນໄຊແຮງງານຊັ້ນ I ມີຈໍານວນ 5 ທ່ານ ແລະ 1 ກົມກອງ
  • ປະດັບຫຼຽນໄຊຊັ້ນ II ມີ 6 ທ່ານ
  • ປະດັບຫຼຽນໄຊແຮງງານຊັ້ນ III ມີ 14 ທ່ານ ແລະ 8 ກົມກອງ.

ນອກນັ້ນ, ຍັງໄດ້ປະດັບຫຼຽນກາແຮງງານ ໃຫ້ 24 ທ່ານ ແລະ 14 ກົມກອງ, ເປັນກຽດຂຶ້ນປະດັບຫຼຽນໃນຄັ້ງນີ້ໂດຍ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ.