ກອງບັນຊາການ ປກສ ເມືອງສິງ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການປ້ອງກັນເວນຍາມງານບຸນນະມັດສະການພຣະທາດຈຽງຕຶງ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ທອງສີ ທໍາມະໂກດ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງສິງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າ-ຮອງພະແນກ, ຫົວໜ້າກຸ່ມ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ການປ້ອງກັນງານບຸນນະມັດສະການພຣະທາດຈຽງຕຶງ ປະຈໍາປີ 2022, ໄດ້ຮັບການຊີ້ນໍາຈາກຂັ້ນເມືອງ ເພື່ອແບ່ງຄວາມຮັບຜິດຊອບຂອງແຕ່ລະໜ້າວຽກ. ໃນນັ້ນ, ກອງບັນຊາການ ປກສ ເມືອງສິງ ໄດ້ຈັດກອງປະຊຸມເອກະພາບແຕ່ງຕັ້ງ, ຈັດແບ່ງຈຸດປ້ອງກັນຢູ່ງານບຸນດັ່ງກ່າວ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາ, ຈຸປະຈໍາການຕະຫຼອດ 24 ຊົ່ວໂມງ. ພ້ອມນັ້ນ, ຄະນະຮັບຜິດຊອບຍັງໄດ້ລົງກວດກາປ້ອງກັນເວນຍາມແຕ່ລະຈຸດ ແລະ ຈັດວາງພາຫະນະ ແລະ ອຸປະກອນໃນການຮັບໃຊ້ການປ້ອງກັນ.

ຜ່ານການປະຕິບັດໜ້າທີ່ວຽກງານປ້ອງກັນເວນຍາມ ແຕ່ວັນທີ 6-8 ພະຈິກ 2022, ສະພາບໂດຍລວມມີຄວາມສະຫງົບປອດໄພ, ມີອຸບັດເຫດເກີດຂຶ້ນ 7 ຄັ້ງ, ມີພາຫະນະເປ່ເພທັງໝົດ 16 ຄັນ, ເປ່ເພເລັກນ້ອຍ 7 ຄັນ, ເປ່ເພສົມຄວນ 9 ຄັນ, ມີຜູ້ໄດ້ຮັບບາດເຈັບ 12 ຄົນ ຍິງ 3 ຄົນ, ເຈັບເລັກນ້ອຍ 11 ຄົນ ຍິງ 3 ຄົນ ແລະ ບາດເຈັບສາຫັດ 1 ຄົນ ລວມມູນຄ່າຄວາມເສຍຫາຍປະມານ 100 ລ້ານກວ່າກີບ.