ໃນວັນທີ 16 ພະຈິກ 2022, ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ດັດແປງຊັ້ນ ໃຫ້ນາຍ ແລະ ພົນຕໍາຫຼວດ, ເປັນປະທານ ແລະ ປະດັບຊັ້ນໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມ 512, ມີບັນດາຮອງຫົວໜ້າກົມ, ພະແນກ, ຫ້ອງການ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ບົວໃບ ໃຈວົງ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ເຊິ່ງໄດ້ປະກາດເລື່ອນຊັ້ນດັ່ງນີ້:

  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 1 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຮ້ອຍຕີ 1 ສະຫາຍ

ໃນພິທີດັ່ງກ່າວ, ພັອ ປອ ບັນເທົາ ພິມພິສານ ຮອງຫົວໜ້າກົມ 512 ຍັງໄດ້ຜ່ານບົດແນະນໍາ ວ່າດ້ວຍ ການນໍາໃຊ້ກາໝາຍຕິດຄໍເສື້ອເຄື່ອງແບບຊຸດນ້ອຍ ກຳລັງປ້ອງກັນຄວາມສະຫງົບ ສະບັບເລກທີ 236/ກມປສ ລົງວັນທີ 29 ມັງກອນ2021, ຄໍາແນະນໍາ ກ່ຽວກັບ ການຄຸ້ມຄອງ ແລະ ຂໍ້ຫ້າມຂອງສື່ມວນຊົນ ປກສ ສະບັບເລກທີ 4369/ກມປສ ລົງວັນທີ 25 ຕຸລາ 2022.

ຕອນທ້າຍ, ພົຈວ ສະແຫວງ ພົມມະລີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ແລະ ດັດແປງຊັ້ນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຮັກສາມູນເຊື້ອ ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ, ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ສົມກັບເປັນກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.