ໃນອາທິດທີ່ຜ່ານມາ, ຢູ່ທີ່ກອງບັນຊາການ ປກສ ແຂວງອຸດົມໄຊ, ພົຈວ ຄຳແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານວິຊາສະເພາະ ແລະ ເຜີຍແຜ່ບັນດານິຕິກໍາວຽກງານພະລາທິການ ຢູ່ກອງບັນຊາການ ປກສ ແຂວງອຸດົມໄຊ, ໂດຍມີ ພັອ ບຸນແພງ ລໍນີຈັນ ຮອງກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະພັກ, ຄະນະຫ້ອງ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ, ປກສ ເມືອງ 7 ເມືອງ, ຕະຫຼອດຮອດພະນັກງານໃນຫ້ອງພະລາທິການ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ຄຳຜາຍ ບຸດຕະຜົງ ຫົວໜ້າຫ້ອງພະລາທິການ ໃຫ້ຮູ້ວ່າ:

ໃນໄລຍະຜ່ານມາ, ຫ້ອງພະລາທິການ ປກສ ແຂວງອຸດົມໄຊ ໄດ້ຈັດຕັ້ງປະຕິບັດຕາມນິຕິກຳຕ່າງໆຢ່າງເຂັ້ມງວດ ໂດຍສະເພາະແມ່ນ ການຈັດເກັບລາຍຮັບ, ຄ່າທໍານຽມ ແລະ ຄ່າບໍລິການ ຢູ່ບັນດາຫ້ອງອ້ອມຂ້າງແຂວງ ແລະ ເມືອງ ເພື່ອເກັບລາຍຮັບເຂົ້າສູນລວມປະຕູດຽວ ແລະ ທັງປັບປຸງການຈັດເກັບລາຍຮັບຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໂດຍຫັນເອົາແຜນການແຜນງານໂຄງການອັນລະອຽດຂອງ ຄະນະພັກ ກອງບັນຊາການ ວາງອອກ ໃຫ້ມີຄວາມເປັນເອກະພາບ, ເປັນລະບົບ ແລະ ມີຄວາມເຂັ້ມແຂງ, ສາມາດຕອບສະໜອງກັບ ຄວາມຮຽກຮ້ອງຕ້ອງການໄດ້ດີໂດຍພື້ນຖາານ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວນີ້, ຮອງກົມໃຫຍ່ພະລາທິການ ປກສ ຍັງໄດ້ເຜີຍແຜ່ຄຳສັ່ງ ວ່າດ້ວຍ ການສ້າງພະລາກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ວຽກງານພະລາທິການປ້ອງກັນຄວາມສະຫງົບ ແລະ ຍັງໄດ້ຜ່ານບັນດາເອກະສານທີ່ສຳຄັນຕ່າງໆກ່ຽວກັບ ວຽກງານພະລາທິການ ອີກຈໍານວນໜຶ່ງ.

ພາຍຫຼັງສຳເລັດການເຜີຍແຜ່ເອກະສານ, ທ່ານຍັງໄດ້ເນັ້ນໜັກໃຫ້ ຄະນະພັກ-ຄະນະກອງບັນຊາການ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕໍາຫຼວດ ໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ຮຽກຮ້ອງໃຫ້ ຄະນະພັກ-ຄະນະກອງບັນຊາການ ນຳເອົາແນວຄິດຈິດໃຈຂອງກອງປະຊຸມ ນໍາໄປຈັດຕັ້ງເຜີຍແຜ່, ຊີ້ແຈງໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ເຮັດວຽກງານພາລາທິການ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.